ເປີດສະຫຼອງໂຮງງານປຸງແຕ່ງໝາກໄມ້ສົດຢູ່ເວີນໂຮ່, ເຊີນລາ

(VOVWORLD) -ໂຮງງານໂດຍກຸ່ມບໍລິສັດ TH ລົງທຶນກໍ່ສ້າງໃນເນື້ອທີ່ກວ່າ 14 ເຮັກຕາ, ດ້ວຍຍອດຈຳນວນເງິນລົງທຶນປະມານ 152 ລ້ານ USD. 

ເປີດສະຫຼອງໂຮງງານປຸງແຕ່ງໝາກໄມ້ສົດຢູ່ເວີນໂຮ່, ເຊີນລາ - ảnh 1 ໂຮງງານໂດຍກຸ່ມບໍລິສັດ TH ລົງທຶນກໍ່ສ້າງ

(ພາບ: VTC)

ພາຍຫຼັງໄດ້ດຳເນີນການກໍ່ສ້າງມາເປັນເວລາ 2 ປີ, ຕອນເຊົ້າວັນທີ 20 ກັນຍາ, ຢູ່ເມືອງ ເວີນໂຮ່, ແຂວງ ເຊີນລາ, ໂຮງງານປຸງແຕ່ງໝາກໄມ້ສົດ ແລະ ວັດຖຸດິບຜະລິດຢາ ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ. ໂຮງງານໂດຍກຸ່ມບໍລິສັດ TH ລົງທຶນກໍ່ສ້າງໃນເນື້ອທີ່ກວ່າ 14 ເຮັກຕາ, ດ້ວຍຍອດຈຳນວນເງິນລົງທຶນປະມານ 152 ລ້ານ USD.

ດ້ວຍຄວາມປະລິມານປຸງແຕ່ງຜັກ, ໝາກໄມ້ ແລະ  ວັດຖຸດິບຜະລິດຢາ 300 ລ້ານໂຕນ/ວັນ, ຕາມຮູບແບບທຳມະຊາດ, ປອດສອນຜິດ, ໂຮງງານດັ່ງກ່າວນອນໃນ top ບັນດາໂຮງງານປຸງແຕ່ງທັນສະໄໝທີ່ສຸດຢູ່ຫວຽດນາມ. ເມື່ອນຳເຂົ້າໃຊ້ການ, ໂຮງງານນີ້ໄດ້ຮັບຄວາມຫວັງວ່າຈະສ້າງບາດກ້າວບຸກທະນຸໃຫ້ແກ່ຜະລິດຕະພັນກະເສດຂອງແຂວງເຊີນລາ; ແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນງານທ້ອງຖິ່ນທີ່ເຮັດວຽກໂດຍກົງຢູ່ໂຮງງານເກືອບ 200 ຄົນ ແລະ ນັບພັນຄົນເຮັດວຽກທາງອອ້ມ.

ຕອບກັບ

ຂ່າວ/ບົດ​ອື່ນ