ເປີດ​​ສະ​ເໜີຕົວສື່​ສັງ​ຄົມ​ອອນ​ລາຍ​ການ​ທ່ອງ​ທ່ຽວ​ທຳ​ອິດ​ຂອງ​ຊາວ ຫວຽດ​ນາມ

(VOVWORLD) -  Hahalolo ອະນຸຍາດໃຫ້ຜູ້ນຳໃຊ້ອາດຈະຂໍເປັນໝູ່, ພົບປະແລກປ່ຽນ ແລະ ໂອ້ລົມຜ່ານທາງເຄືອຂ່າຍອິນເຕີແນັດ, ແຂກທ່ອງທ່ຽວອາດຈະຫາເງິນໄດ້ຜ່ານການແບ່ງປັນບັນຫາເລື່ອງລາວໃນສື່ສັງຄົມອອນລາຍ
ເປີດ​​ສະ​ເໜີຕົວສື່​ສັງ​ຄົມ​ອອນ​ລາຍ​ການ​ທ່ອງ​ທ່ຽວ​ທຳ​ອິດ​ຂອງ​ຊາວ ຫວຽດ​ນາມ - ảnh 1ພິທີເປີດສະເໜີຕົວສື່ສັງຄົມອອນລາຍການທ່ອງທ່ຽວທຳອິດຂອງຊາວ ຫວຽດນາມ (ພາບ: TTXVN) 

ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ບໍລິສັດຫຸ້ນສ່ວນສື່ສັງຄົມອອນລາຍການທ່ອງທ່ຽວ Hahalolo ໄດ້ເປີດສະເໜີຕົວສື່ສັງຄົມອອນລາຍການທ່ອງທ່ຽວທຳອິດຂອງຊາວ ຫວຽດນາມ. ສື່ສັງຄົມອອນລາຍການທ່ອງທ່ຽວນີ້ໄດ້ສ້າງຂຶ້ນບົນພື້ນຖານລວມໃນນັ້ນມີສື່ສັງຄົມອອນລາຍ, ການບໍລິການທ່ອງທ່ຽວຜ່ານເຄືອຂ່າຍອິນເຕີແນັດ ແລະ ການຄ້າເອເລັກໂຕນິກ.

        Hahalolo ອະນຸຍາດໃຫ້ຜູ້ນຳໃຊ້ອາດຈະຂໍເປັນໝູ່, ພົບປະແລກປ່ຽນ ແລະ ໂອ້ລົມຜ່ານທາງເຄືອຂ່າຍອິນເຕີແນັດ, ແຂກທ່ອງທ່ຽວອາດຈະຫາເງິນໄດ້ຜ່ານການແບ່ງປັນບັນຫາເລື່ອງລາວໃນສື່ສັງຄົມອອນລາຍ; ໂປຼແກຼມນີ້ກໍ່ແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາຫົວໜ່ວຍສະໜອງບໍລິການທ່ອງທ່ຽວ, ບໍລິສັດການທ່ອງທ່ຽວ, ນັກຂາຍຍ່ອຍດ້ານການທ່ອງທ່ຽວ…ກັບລູກຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ