ເປີດສາຍການບິນຟຸ໋ກ໋ວກ-ສິງກະໂປ

ເປີດສາຍການບິນຟຸ໋ກ໋ວກ-ສິງກະໂປ - ảnh 1
​ພິ​ທີ​ເປີດ​ສະຫຼອງ​ສາຍ​ການ​ບິນ​ໃໝ່
(ພາບ: vietnamnet.vn)

(vovworld)​ ​- ວັນ​ທີ 2/11, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກຽນ​ຢາງ ​ໄດ້​ສົມທົບ​ກັບ​ບໍລິສັດ​ໃຫຍ່​ການບິນ​ຫວຽດນາມ ​ແລະ ບໍລິສັດຫຸ້ນ​ສ່ວນVinpearl ຈັດ​ຕັ້ງ​ພິທີ​​ເປີດສາຍ​ການບິນ​ໃໝ່​ຟຸ໋ກ໋ວກ-ສິງກະ​ໂປ. ສາຍ​ການບິນ​ຟຸ໋ກ໋ວກ-ສິງກະ​ໂປ ລວມມີ 2 ຖ້ຽວ/ອາທິດ​ ດ້ວຍ​ເຮືອບິນ A321. ​ໃນ​ຊຸມ​ປີ​ຕໍ່​ໄປ, ການ​ເພີ່ມຖ້ຽວບິນ​ຟຸ໋ກ໋ວກ-ສິງກະ​ໂປ ຈະ​ອີງ​ໃສ່​​ສະພາບ​ການ​ຕະຫຼາດ ​ແລະ ໝາກຜົນ​ຂຸດ​ຄົ້ນ​ຂອງ Vietnam Airlines. ​ເລື່ອງ Vietnam Airlines ​ເປີດ​ສາຍ​ການບິນ​ສາກົນ​ນີ້ຈະປະກອບ​ສ່ວນ​ສຳຄັນ​​ເຂົ້າໃນ​ການ​ຊຸກຍູ້ການ​ພັດທະນາເສດຖະກິດ-​ສັງຄົມ​ຂອງ​ແຂວງ​ກຽນ​ຢາງ, ພິ​ເສດ​ແມ່ນ​ດຶງ​ດູດ​ການ​ລົງທຶນ, ການ​ພັດທະນາ​ທ່ອງ​ທ່ຽວ​ຂອງ​ເມືອງ​ເກາະ​ຟຸ໋ກ໋ວກ ອີກ​ດ້ວຍ.

 


ຂ່າວ/ບົດ​ອື່ນ