ເປີດສາຍການບິນຫາຍຟ່ອງ-ໄທ

ເປີດສາຍການບິນຫາຍຟ່ອງ-ໄທ - ảnh 1
(ພາບປະກອບ)

(vovworld) – ​ ​ ຖ້ຽວ​ບິນ ບາງກອກ - ກາດ​ບີ, ຫາຍ​ຟ່ອງ ມີໝາຍ​​ເລກ VJ920 ຂ​ອງບໍລິສັດ​ການບິນ Vietjet ທີ່​ຂົນ​ສົ່ງ​ຜູ້​ໂດຍສານ​ທຳ​ອິດກ່ວາ 50 ຄົນ​ໄດ​້ລົງ​ຈອດ​​ຢູ່​ທ່າ​ອາກາດ​ສະຍານ​ສາກົນ ກາດ​ບີ ​ໃນ​ຕອນ​ບ່າຍ​ວັນ​ທີ 09/11 ຢ່າງ​ປອດ​ໄພ. ນີ້​ແມ່ນ​ສາຍ​ການບິນ​ສາກົນ​ທຳ​ອິດ​ຈາກ​ທ່າ​ອາ​ກາດ​ສະຍານ​ສາກົນ ກາດ​ບີ. ສາຍ​ການບິນ ຫາຍ​ຟ່ອງ - ບາງກອກ​​ ​ເລີ່​ມເປີດ​ຖ້ຽວ​ບິນ​ໄປ-​ກັບ​ໃນ​ວັນຈັນ, ວັນ​ພຸດ, ວັດ​ສຸກ ​ແລະ ວັນ​ອາທິດ​​ໃນ​ທຸກອາທິດ, ເວລາ​ບິນປະ​ມານ 1 ​ໂມງ 50 ນາທີ. ສາຍ​ການບິນ​​ໃໝ່​ຈະ​ເຊື່ອ​ມຕໍ່ 2 ນະ​ຄອນ​ຈຸດ​ສຸມ​ຂອງ 2 ປະ​ເທດ, ນຳກັນ​ສ້າງ​ກາລະ​ໂອກາດ​ໄປ-ມາ​, ​ໄປ​ທ່ອງ​ທ່ຽວຢ່າງ​ສະ​ດວກ ​ໃຫ້​ແຂກ​ທ່ອງ​ທ່ຽວ ​ແລະ ບັນດານັກ​ລົງທຶນ​, ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນການ​ຄ້າ ​ແລະ ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ