ເປີດສາຍການບິນໂດຍກົງຈາກມົດສກູ,ສະຫະພັນລັດເຊຍມາຍາຈາງ

ເປີດສາຍການບິນໂດຍກົງຈາກມົດສກູ,ສະຫະພັນລັດເຊຍມາຍາຈາງ - ảnh 1
ສະໜາມ​ບິນ​ສາກົນ ກາມ​ແຣງ

(vovworld) – ຕອນ​ເຊົ້າ​ວັນ​ທີ 1/2, ສະໜາມ​ບິນ​ສາກົນ ກາມ​ແຣງ ​ໄດ້ຕ້ອນຮັບ​ຖ້ຽວ​ບິນ​ຂອງ ບໍລິສັດ​ການບິນ Azur Air ທີ່​ເລີ່​ມ​ບິນຈາກ ມົດ​ສກູ (ສະຫະພັນ ລັດ​ເຊຍ), ​ຂົນ​ສົ່ງນັກ​ທ່ອງ​ທ່ຽວ ລັດ​ເຊຍ 336 ຄົນມາ​ຢ້ຽມຢາມ, ບຳລຸງ​ສຸ​ຂະ​ພາບ​ຢູ່​ນະຄອນ ຍາ​ຈາງ, ​ແຂ​ວງ ​ແຄ໋ງ​ຮ່ວາ. ນີ້​ແມ່ນ​ຖ້ຽວ​ບິນ​ທຳ​ອິດ​ໂດຍ​ບໍລິສັດ​​ການ​ຄ້າ ​ແລະ ທ່ອງ​ທ່ຽວ Anex Vietnam ຈຳກັດ​ເຊົ່າ​ເພື່ອຂົນສົ່ງ​ນັກ​ທ່ອງ​ທ່ຽວ​ມາ ຍາ​ຈາງ. ສາຍ​ການບິນ​ໂດຍ​ກົງ​ຈາກ ມົດ​ສກູ, ສະຫະພັນ ລັດ​ເຊຍ ​ມາ ຍາ​ຈາງ ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຮອດ​ທ້າຍ​ປີ 2015, ດ້ວຍ 5 ມື້/ ຖ້ຽວ​ບິນ, ດ້ວຍ​ເຮືອບິນ Boeing B767. ຄາດ​ວ່າ, ​ເມື່ອ​ເປີດ​ສາຍ​ການບິນ​ນີ້, ​ແຂວງ ​ແຄ໋ງຮ່ວາ​ຈະ​​ຮັບ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ​ຕື່ມ​ອີກ 2.000 ​ເທື່ອ​ຄົນ/​ເດືອນ.
ຂ່າວ/ບົດ​ອື່ນ