ເປີດສາຍຖະໜົນຕາມຮູບແບບຕະຫຼາດກາງຄືນ - VuiFest Ha Long

(VOVWORLD) - ສາຍຖະໜົນດັ່ງກ່າວແມ່ນການປະສານສົມທົບລະຫວ່າງວັດທະນະທຳ, ອາຫານການກິນ ແລະ ບັນດາການເຄື່ອນໄຫວບັນເທິງ, ລາຍການສະແດງສິລະປະທີ່ອຸດົມສົມບູນ, ສ້າງບັນຍາກາດໃໝ່ທີ່ໃໝ່ອ່ຽມ ແລະ ດຶງດູດໃຈ.
ເປີດສາຍຖະໜົນຕາມຮູບແບບຕະຫຼາດກາງຄືນ - VuiFest Ha Long - ảnh 1ສາຍຖະໜົນການຄ້າຕາມຮູບແບບຕະຫຼາດກາງຄືນບັນເທິງຢູ່ທະເລ
(ພາບ: TTXVN)

ສາຍຖະໜົນການຄ້າຕາມຮູບແບບຕະຫຼາດກາງຄືນບັນເທິງຢູ່ທະເລ - VuiFest Ha Long ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ ແຕ່ຕອນຄ່ຳວັນທີ 29 ມິຖຸນາ, ຢູ່ບ້ານ ບ້າຍໄຈ, ນະຄອນ ຮະລອງ, ແຂວງ ກວາງນິງ. ນີ້ແມ່ນຮູບແບບຕະຫຼາດກາງຄືນບັນເທິງທຳອິດຢູ່ທາງພາກເໜືອ, ລວມມີບັນດາເຂດພົບປະແລກປ່ຽນວັດທະນະທຳ, ອາຫານການກິນທີ່ດຶງດູດໃຈ.

ສາຍຖະໜົນດັ່ງກ່າວແມ່ນການປະສານສົມທົບລະຫວ່າງວັດທະນະທຳ, ອາຫານການກິນ ແລະ ບັນດາການເຄື່ອນໄຫວບັນເທິງ, ລາຍການສະແດງສິລະປະທີ່ອຸດົມສົມບູນ, ສ້າງບັນຍາກາດໃໝ່ທີ່ໃໝ່ອ່ຽມ ແລະ ດຶງດູດໃຈ. ຜ່ານນັ້ນ, ກໍ່ໄດ້ນຳ ຮະລອງ ບໍ່ພຽງແຕ່ເປັນສະຖານທີ່ທີ່ມີຊື່ສຽງດ້ວຍທິວທັດທຳມະຊາດທີ່ສວຍງາມເທົ່ານັ້ນ, ຫາກຍັງມີຄວາມຟົດຟື້ນ ແລະ ດຶງດູດໃຈນັບທັງເວັນ ແລະ ຄືນ ເປັນເທື່ອລະກ້າວ. ນີ້ກໍ່ແມ່ນບາດກ້າວສຳຄັນໃນຍຸດທະສາດຍູ້ແຮງບັນດາການເຄື່ອນໄຫວພັດທະນາເສດຖະກິດຕອນກາງຄືນຂອງ ກວາງນິງ, ປະກອບສ່ວນຢືນຢັນທີ່ຕັ້ງຂອງ ຮະລອງ - ຈຸດນັດພົບທ່ອງທ່ຽວແຖວໜ້າ ຫວຽດນາມ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ