ເປີດເຜີຍ,ກະຈ່າງແຈ້ງການເຄື່ອນໄຫວຂອງລັດຖະບານເພື່ອໃຫ້ປະຊາຊົນຕິດຕາມກວດກາ

ເປີດເຜີຍ,ກະຈ່າງແຈ້ງການເຄື່ອນໄຫວຂອງລັດຖະບານເພື່ອໃຫ້ປະຊາຊົນຕິດຕາມກວດກາ - ảnh 1
ທ່ານ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

(vovworld) – ​ໂດຍ​ສືບ​ຕໍ່​ໂຄງການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ປະຈຳ​ເດືອນ 8 ຂອງ​ລັດຖະບານ, ຕອນ​ເຊົ້າ​ວັນ​ທີ 31/8, ບັນດາ​ສະມາຊິກ​ລັດຖະບານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ດຳລັດ​ຂອງ​ລັດຖະບານ​ປະກາດ​​ໃຊ້​ກົດ​ລະບຽບ​ການ​ເຮັດ​ວຽກ​ຂອງ​ລັດຖະບານ. ຕາມ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລ້ວ, ​ເລື່ອງ​ປະກາດ​ໃຊ້​ກົດ​ລະບຽບ​ການ​ເຮັດ​ວຽກ​ຂອງ​ລັດຖະບານ​ແມ່ນ​ຈຳ​ເປັນ​ເພື່ອ​ຮັບປະກັນ​ກົງຈັກ​ຂອງ​ລັດຖະບານ​ມີປະຕິ​ກິລິຍາ​ໄວ, ທັນ​ການຕໍ່​ໜ້າ​ບັນດາ​ບັນຫາ​ຂອງ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ຄື​ປະຈຸ​ບັນ. ທ່ານ​ກ່າ​ວວ່າ:

        “ຈິດ​ໃຈ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ຄວາມ​ເປີດ​ເຜີຍ, ກະຈ່າງ​ແຈ້ງ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ​ຕໍ່​ໜ້າພັກ, ຕໍ່ໜ້າປະຊາຊົນ​ເພື່ອ​ໃຫ້​ປະຊາຊົນ​ຮູ້ຈັກ​ເຖິງທຸກໆ​ວຽກ​ງານ​ຂອງ​ລັດຖະບານ. ບັນດາ​ຂໍ້​ສະຫລຸບຂອງ​ລັດ​ຖະບານ, ນາຍົກລັດຖະມົນຕີ ຕ້ອງ​ໄດ້​​ເປີດ​ເຜີຍ​ໃຫ້​ປະຊາຊົນ​ທຸກ​ຄົນຮູ້​ວ່າ ລັດຖະບານ​ພວມ​ເຄື່ອນ​ໄຫວ​ແນວ​ໃດ, ​ເພື່ອ​​ປະຊາຊົນ​ຮູ້, ຕິດຕາມ​ກວດກາ ​ແລະ ປະກອບ​ຄຳ​ເຫັນ.”

        ບ​ົນຈິດ​ໃຈ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ​ໄດ້​ຍົກ​ອອກ​ສິ່ງ​ຍັງ​ຄົງ​ຄ້າງ, ບັນດາ​ກະຊວງ​ຕ້ອງ​ຖອດ​ຖອນ​ບົດຮຽນ, ​ໃນ​ນັ້ນ​ມີ​ວຽກ​ງານ​ສົມທົບ​ກັນ, ການ​ແກ​້​ໄຂ​ວຽກ​ງານ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຍັງ​ອ່ອນຢູ່.

        “​ແຕ່​ລະ​ກະຊວງ, ​ລັດຖະມົນຕີ​ແຕ່ລະທ່ານ​ຕ້ອງ​ຮັບຜິດຊອບ​​ແກ້​ໄຂ​ຢ່າງ​ຖືກຕ້ອງ​ຕາມ​ກຳນົດ​ເວລາທີ່​ລັດຖະບານ ​ແລະ ການ​ກຳ​ລົງຊີວິດ​ຮຽກ​ຮ​້ອງ. ພິ​ເສດ​ແມ່ນ​ຫ້ອງ​ວ່າການ​ລັດ​ຖະບານ, ບັນດາ​ລັດຖະມົນຕີ​ກວດກາ​ຄືນ​ເນື້ອ​ໃນ​ການ​ປະ​ຊຸມ, ພາກສ່ວນ​ເຂົ້າ​ຮ່ວມ​ການ​ປະຊຸມ, ບັນດາ​ລັດຖະນະ​ໂຍບາຍ​ພາຍຫຼັງ​ກອງ​ປະຊຸມ. ຕ້ອງ​ແກ​້​ໄຂ​ປະກົດ​ການ​ສັງຄົມ​ນັ້ນ​ເພື່ອ​ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ພວມ​ຮຽກຮ້ອງ ​ແລະ ລໍຄອຍ.”


ຂ່າວ/ບົດ​ອື່ນ