ເປີດເຜີຍຄວາມກະຈ່າງແຈ້ງໃນການຄົ້ນຄ້ວາວິທະຍາສາດ

ເປີດເຜີຍຄວາມກະຈ່າງແຈ້ງໃນການຄົ້ນຄ້ວາວິທະຍາສາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ​ຫວຽດນາມ ວູ້ດຶກ​ດາມ ມອບນາມມະຍົດ ແຂ່ງຂັນໃຫ້ແກ່ບັນດາບຸກຄົນທີ່ດີເດັນໃນກະຊວງວິທະຍາສາດ
 ​ແລະ ​ເຕັກ​ໂນ​ໂລ​ຢີຫວຽດນາມ 
(ພາບ: TTXVN)

(vovworld)- ຕ້ອງ​ເປີ​ດເຜີຍຄວາມ​ກະຈ່າງ​ແຈ້ງ​ໃນ​ການ​ຄົ້ນ​ຄ້ວາ​ວິທະຍາສາດ. ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ ທ່ານ​ຮອງ​ນາຍົກລັດຖະມົນຕີ​ຫວຽດນາມ ວູ້ດຶກ​ດາມທີ່​ກອງ​ປະຊຸມ​ສະ​ຫຼຸບວຽກ​ງານ​ປີ 2013 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014 ຂອງ​ຂະ​ແໜງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 17/1 ຢູ່​ຮ່າ​ໂນ້ຍ. ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ຫວຽດນາມ ວູ້ດຶກ​ດາມສະ​ເໜີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ກວດກາ​ຄຸນ​ນະພາ​ບ; ບັນຫາ​ລະບຽບ​ການ​ຂອງ​ຂົງ​ເຂດ​ຊັບ​ສິນ​ທາງ​ປັນຍາ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ຫວຽດນາມ ວູ້ດຶກ​ດາມ​ສະ​ເໜີ​ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຄວນ​ມີ​ກົນ​ໄກ​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່​ກຳລັງ​ປະຕິບັດ​ວຽກ​ງານ​ໃນ​ຂົງ​ເຂດ​ພະລັງງານ​ປະລະມານູ, ພະລັງງານ​ນິວ​ເຄຼຍ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ