ເປັນຄັ້ງທີສອງ,ດ່ານັ້ງລອດເຂົ້າ “Top 10 ສະຖານທີ່ພັກຜ່ອນບຳລຸງສຸຂະພາບແຖວໜ້າຢູ່ອາຊີ”

ເປັນຄັ້ງທີສອງ,ດ່ານັ້ງລອດເຂົ້າ “Top 10 ສະຖານທີ່ພັກຜ່ອນບຳລຸງສຸຂະພາບແຖວໜ້າຢູ່ອາຊີ” - ảnh 1
ຂົວ​ຣົ່ງ​​ຢູ່ ດ່າ​ນັ້ງຍາມ​ຄ່ຳ​ຄືນ

(vovworld) – ​ ​​​​ໂດຍ​ສືບ​ຕໍ່​ຜົນ​ສຳ​ເລັດ​ຂອງ​ປີ 2014, ປີນີ້, ນະ​ຄອນ ດ່າ​ນັ້ງ ສືບ​ຕໍ່​​ຖືກ​ຜູ້​ອ່ານວາ​ລະ​ສານ Smart Travel Asia ຄັດ​ເລືອກນອນ​ໃນ​ບັນ​ຊີ​ລາຍ​ຊື່ “Top 10 ສະ​ຖານ​ທີ່​​ພັກ​ຜ່ອນບຳ​ລຸງ​ສຸ​ຂະ​ພາບ​ແຖວ​ໜ້າ​ຢູ່ ອາ​ຊີ”. ການ​ເລື​ຶອກ​ຕັ້ງ​ໂດຍ Smart Travel Asia ປຸກ​ລະ​ດົມ​ແກ່​ຍາວ​ເປັນ​ເວ​ລາ 3 ເດືອນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ອ່ານ 1 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ. ການ​ຄັດ​ເລືອກ​ຂອງວາ​ລະ​ສານ​ນຳ​ມ​າ​ໃຫ້​ຜູ້​ອ່ານ​ບັນ​ດາ​ການ​ຕີ​ລາ​ຄາ​​ອັນ​ຈິງ​ໃຈ​ກ່ຽວ​ກັບ​ບັນ​ດາ​ເຄື​່ອ​ງ​ໝາຍ​​ທ່ອງ​ທ່ຽວ ແລະ ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຖວ​ໜ້າ​ຢູ່ ອາ​ຊີ. ທ່ານ ຫງວຽນ​ຊວນ​ບີ່ງ, ຮອງ​ຫົວ​ໜ້າ​ພະ​ແນກ​ທ່ອງ​ທ່ຽວນ​ະ​ຄອນ ດ່າ​ນັ້ງ, ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລາງວັນ​ທີ່ໄດ້​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ໃຫ້​ແກ່​ນະ​ຄອນ ດ່ານັ້ງ ຢ່າງ​ແຮງ​. ອີກ​ຄັ້ງ​ໜຶ່ງ ພວກ​ຂ້າ​ພະ​ເຈົ້າ​ເປັນ​ກຽດ ແລະ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ ແລະ ເນື່ອງ​ໃນ​ເຫດ​ການນີ້ ພ້ອມ​ກັບ​ບັນ​ດາ​ເຫດ​ການມໍ່ໆ​ມານີ້​ທີ່​ນະ​ຄອນ ດ່າ​ນັ້ງ ໄດ້​ຮັບ​ການ​ຄັດ​ເລືອກ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​​ຈັດ​ຕັ້ງເຫດ​ການ ແລະ ງານ​ບຸນ​ແຖວ​ໜ້າ​ຢູ່ ອາ​ຊີ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ຢ່າງ​ແຮງ​ກ່​ວາ​ອີກ​ ກໍ່​ຄື​ບັນ​ດາ​ວຽກ​ງານ​ກະ​ກຽມ​ຜະ​ລິດ​ຕະ​ພັນ ແລະ ຄຸນ​ນະ​ພາບ​ບໍ​ລິ​ການ ເພື່ອ​ນັບ​ມື້​ນັບ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ແຂກ​ທ່ອງ​ທ່ຽວ.”


ຂ່າວ/ບົດ​ອື່ນ