ເປັນຄັ້ງທໍາອິດປະກາດປຶ້ມປົກຂາວວິສາະກິດຫວຽດນາມ ປີ 2019

(VOVWORLD) -ປຶ້ມປົກຂາວວິສາຫະກິດຫວຽດນາມ ລະບຸບັນດາຂໍ້ມູນພື້ນຖານ ຕີລາຄາກ່ຽວກັບລະດັບການພັດທະນາວິສາຫະກິດຂອງທົ່ວປະເທດ ແລະ ບັນດາທ້ອງຖິ່ນໃນໄລຍະ 2016 – 2018
ເປັນຄັ້ງທໍາອິດປະກາດປຶ້ມປົກຂາວວິສາະກິດຫວຽດນາມ ປີ 2019 - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ 

  ຕອນບ່າຍວັນທີ 10 ກໍລະກົດ, ທີ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນຈັດຕັ້ງພິທີປະກາດປຶ້ມປົກຂາວວິສາຫະກິດຫວຽດນາມ ປີ 2019. ນີ້ເປັນຄັ້ງທໍາອິດ, ປຶ້ມປົກຂາວວິສາຫະກິດຫວຽດນາມ ໄດ້ຮັບການຮຽບຮຽງ ແລະ ປະກາດ. ປຶ້ມປົກຂາວວິສາຫະກິດຫວຽດນາມ ລະບຸບັນດາຂໍ້ມູນພື້ນຖານ ຕີລາຄາກ່ຽວກັບລະດັບການພັດທະນາວິສາຫະກິດຂອງທົ່ວປະເທດ ແລະ ບັນດາທ້ອງຖິ່ນໃນໄລຍະ 2016 – 2018. ກ່າວຄໍາເຫັນທີ່ພິທີປະກາດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຊີ້ແຈ້ງວ່າ ນີ້ແມ່ນເອກະສານທາງການ ເພື່ອໃຫ້ບັນດານັກວາງກໍານົດນະໂຍບາຍຄຸ້ມຄ້ອງ ຈາກສູນກາງ, ກະຊວງ ລົງຮອດ ທ້ອງຖິ່ນຕ່າງໆ ວາງກໍານົດຍຸດທະສາດ, ແຜນການ, ນະໂຍບາຍພັດທະນາແບບຍືນຍົງ ແລະ ປະສິດທິຜົນຂອງວິສາຫະກິດໃນຂອບເຂດທົ່ວປະເທດ.     

        ຕາມປຶ້ມປົກຂາວວິສາຫະກິດຫວຽດນາມ 2019 ແລ້ວ, ໄລ່ຮອດທ້າຍປີ 2018 ທົ່ວປະເທດມີວິສາຫະກິດ 714 ພັນແຫ່ງພວມເຄື່ອນໄຫວ, ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. 

ຕອບກັບ

ຂ່າວ/ບົດ​ອື່ນ