ເປັນ​ຄັ້ງ​ທຳ​ອິດ EU ນຳ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ ເພື່ອ​ລົງ​ໂທດ ລັດ​ເຊຍ​ ຍ້ອນ​ເຫດ Navalny

(VOVWORLD) -ເປັນຄັ້ງທຳອິດ, ບັນດາເຈົ້າໜ້າທີ່ການຕ່າງປະເທດ ສະຫະພາບ ເອີລົບ (EU) ໄດ້ນຳໃຊ້ກົດໝາຍວ່າດ້ວຍ Magnitsky ຂອງກຸ່ມນີ້ ເພື່ອລົງໂທດ ລັດເຊຍ ດ້ວຍບັນດາຂໍ້ກ່າວຫາລະເມີດສິດທິມະນຸດ ໃນການຈັບຕົວ ແລະ ຈຳຄຸກເປົ້າໝາຍ Alexei Navalny. 
ເປັນ​ຄັ້ງ​ທຳ​ອິດ EU ນຳ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ ເພື່ອ​ລົງ​ໂທດ ລັດ​ເຊຍ​ ຍ້ອນ​ເຫດ Navalny - ảnh 1ພາບປະກອບ: Getty

ກ່າວຄຳເຫັນພາຍຫຼັງກອງປະຊຸມຂອງບັນດາລັດຖະມົນຕີການຕ່າງປະເທດ EU ໃນວັນທີ 22 ກຸມພາ ຢູ່ Brussles, ປະເທດແບນຊິກ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ EU ໄດ້ປະກາດວ່າ EU ຕີລາຄາວ່າ ປະເທດ ລັດເຊຍພວມເດີນຕາມເສັ້ນທາງອອກໄກຈາກ ເອີລົບ ແລະ ກຸ່ມນີ້ຕ້ອງສົ່ງສານຢ່າງແຮງໄປເຖິງ ລັດເຊຍ, ລາຍລະອຽດກ່ຽວກັບຄຳສັ່ງລົງໂທດຂອງ EU ເລັ່ງໃສ່ ລັດເຊຍ ຍັງບໍ່ທັນໄດ້ຮັບການປະກາດເທື່ອ ແຕ່ຕາມສື່ມວນຊົນ ເອີລົບ, EU ຈະອອກຄຳສັ່ງປິດຕາຍຊັບສິນ ແລະ ຫ້າມເດີນທາງໄປມາຢູ່ບັນດາປະເທດເອີລົບ ສຳລັບບັນດາບຸກຄົນທີ່ມີສິດອຳນາດໃນອຳນາດການປົກຄອງ ລັດເຊຍ. ຄາດວ່າ, ຄຳສັ່ງລົງໂທດຈະໄດ້ຮັບຮອງຢ່າງເປັນທາງການໃນຕົ້ນເດືອນມີນາ ປີ 2021, ຫຼັງຈາກທີ່ໄດ້ຮັບການຮັບຮອງເອົາຈາກບັນດາປະເທດສະມາຊິກ EU.

        ກວາງຢຸງ, ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ