ເປັນ​ຄັ້ງ​ທຳ​ອິດ NATO ຖື​ ຈີນແມ່ນ​ໄພນາບຂູ່ດ້ານ​ຄວາມ​ໝັ້ນ​ຄົງ

(VOVWORLD) -ໃນຖະແຫຼງການຢ່າງເປັນທາງການ, ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດທີ່ໄດ້ດຳເນີນມາເປັນເວລາ 3 ຊົ່ວໂມງ, ກຸ່ມທະຫານ NATO ເປັນຄັ້ງທຳອິດທີ່ໄດ້ຖື ຈີນ ຄືໄພນາບຂູ່ເຖິງຄວາມໝັ້ນຄົງຕໍ່ກັບສະຫະພາບການທະຫານນີ້, ທັງຖື ຈີນ ຄືຄວາມທ້າທາຍເປັນລະບົບ ຕໍ່ກັບຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງຕາມກົດໝາຍຊຶ່ງບັນດາປະເທດຕາເວັນອອກພວມເດີນຕາມ.
ເປັນ​ຄັ້ງ​ທຳ​ອິດ NATO ຖື​ ຈີນແມ່ນ​ໄພນາບຂູ່ດ້ານ​ຄວາມ​ໝັ້ນ​ຄົງ - ảnh 1ກອງປະຊຸມຂອງ NATO ຢູ່ Brussels (ພາບ: AP)

ປະມຸກລັດບັນດາປະເທດຂຶ້ນກັບສະຫະພາບການທະຫານອົງການສົນທິສັນຍາ ອາກລັງຕິກເໜືອ (NATO) ເປັນຄັ້ງທຳອິດທີ່ຈັດ ຈີນ ແມ່ນໄພນາບຂູ່ດ້ານຄວາມໝັ້ນຄົງ, ໃນຂອບເຂດກອງປະຊຸມສຸດຍອດຂອງ NATO ທີ່ໄດ້ດຳເນີນໃນວັນທີ 14 ມິຖຸນາ ຢູ່Brussels, ປະເທດແບນຊິກ. ໃນຖະແຫຼງການຢ່າງເປັນທາງການ, ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດທີ່ໄດ້ດຳເນີນມາເປັນເວລາ 3 ຊົ່ວໂມງ, ກຸ່ມທະຫານ NATO ເປັນຄັ້ງທຳອິດທີ່ໄດ້ຖື ຈີນ ຄືໄພນາບຂູ່ເຖິງຄວາມໝັ້ນຄົງຕໍ່ກັບສະຫະພາບການທະຫານນີ້, ທັງຖື ຈີນ ຄືຄວາມທ້າທາຍເປັນລະບົບ ຕໍ່ກັບຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງຕາມກົດໝາຍຊຶ່ງບັນດາປະເທດຕາເວັນອອກພວມເດີນຕາມ. ທ່ານ Jens Stoltenberg ເລຂາທິການ NATO ຖືວ່າສິ່ງນີ້ແມ່ນເກີດຈາກກຳລັງແຮງດ້ານການທະທານທີ່ນັບມື້ຮັບເພີ່ມຂຶ້ນກໍ່ຄືທ່າທີທີ່ແຂງກະດ້າງກ່ວາເກົ່າຂອງ ຈີນ ໃນຫຼາຍບັນຫາສາກົນ. ທ່ານໃຫ້ຮູ້ວ່າ:

ພວກຂ້າພະເຈົ້າມີຄວາມວິຕົກກັງວົນຕໍ່ບັນດານະໂຍບາຍທີ່ມີລັກສະນະບັງຄັບຈາກຈີນ, ຊຶ່ງໄປຝືນກັບບັນດາຄຸນຄ່າພື້ນຖານ ທີ່ໄດ້ລະບຸໄວ້ໃນສົນທິສັນຍາ ວໍຊິງຕັນ ໃນປີ 1949 ກ່ຽວກັບການສ້າງຕັ້ງ NATO. ຈີນ ພວມເພີ່ມທະວີສາງອາວຸດນິວເຄຼຍຢ່າງໄວວາ ດ້ວຍຫົວລູກປືນທີ່ຫຼາຍຂຶ້ນ ແລະ ລະບົບຍິງທີ່ທັນສະໄໝກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ