ເປັນ​ຄັ້​ງ​ທຳ​ອິດ ກະ​ສັດ Charles III ກ່າວ​ຄຳ​ເຫັນ​ຕໍ່​ສະ​ພາ​ແຫ່ງ​ຊາດ ອັງ​ກິດ

(VOVWORLD) -ໃນວັນທີ 9 ກັນຍາ, ໃນບົດກ່າວປາໄສທຳອິດ ຕໍ່ໜ້າສື່ມວນຊົນ ພາຍຫຼັງ ພະລາຊິນີ Elizabeth II ເຖິງສະເດັດສະຫວັນນະຄົດ, ກະສັດ Charles III ໄດ້ສະແດງຄວາມເຄົາລົບຕໍ່ຜູ້ເປັນແມ່ຂອງຕົນ ແລະ ຢັ້ງຢືນຈະປະຕິບັດຕາມແບບຢ່າງຂອງເພິ່ນ ເພື່ອສືບຕໍ່ອຸທິດສ່ວນໃຫ້ແກ່ປະເທດຊາດ.
ເປັນ​ຄັ້​ງ​ທຳ​ອິດ ກະ​ສັດ Charles III  ກ່າວ​ຄຳ​ເຫັນ​ຕໍ່​ສະ​ພາ​ແຫ່ງ​ຊາດ ອັງ​ກິດ - ảnh 1ກະສັດ Charles III  ກ່າວຄຳເຫັນ ຕໍ່ໜ້າສະພາແຫ່ງຊາດ ອັງກິດ (ພາບ:  AFP/TTXVN)

ວັນທີ 12 ກັນຍາ, ກະສັດ Charles III  ໄດ້ມີບົດກ່າວປະໄສທຳອິດຕໍ່ໜ້າສະພາແຫ່ງຊາດ ອັງກິດ ໃນຕຳແໜ່ງເປັນຜູ້ນຳພະບໍລົມວົງສານຸວົງ. ກ່າວຄຳເຫັນທີ່ພິທີຢູ່ ວັງ Westminster, ກະສັດ Charles III ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ ພະລາຊິນີ Elizabeth II ທີ່ຫາກໍ່ສະເດັດສະຫວັນນະຄົດ ແລະ ຢັ້ງຢືນ ຈະປະຕິບັດຕາມຫຼັກການຂອງລັດຖະທຳມະນູນ ໂດຍລັດຖະບານສ້າງຂຶ້ນ. ກະສັດ Charles III ກໍ່ເນັ້ນໜັກເຖິງບົດບາດເປັນຕາຍ ແລະ ບັນດາມູນເຊື້ອຫຼັກແຫຼ່ງຂອງອົງການນິຕິກຳຕໍ່ກັບປະເທດຊາດ. ກໍ່ໃນເຫດການນີ້, ການນຳ ສະພາຕ່ຳ ແລະ ສະພາສູງອັງກິດ ໄດ້ສະແດງຄວາມເສົ້າສະຫຼົດໃຈມາຍັງ ກະສັດ Charles III. ກ່ອນໜ້ານັ້ນ, ໃນວັນທີ 9 ກັນຍາ, ໃນບົດກ່າວປາໄສທຳອິດ ຕໍ່ໜ້າສື່ມວນຊົນ ພາຍຫຼັງ ພະລາຊິນີ Elizabeth II ເຖິງສະເດັດສະຫວັນນະຄົດ, ກະສັດ Charles III ໄດ້ສະແດງຄວາມເຄົາລົບຕໍ່ຜູ້ເປັນແມ່ຂອງຕົນ ແລະ ຢັ້ງຢືນຈະປະຕິບັດຕາມແບບຢ່າງຂອງເພິ່ນ ເພື່ອສືບຕໍ່ອຸທິດສ່ວນໃຫ້ແກ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ