ເປັນ​ຄັ້ງ​ທຳ​ອິດ ບໍ​ລິ​ສັດ ຫວຽດ​ນາມ ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່ 100 ບໍ​ລິ​ສັດ​ມີ​ຜົນ​ສະ​ທ້ອນທີ່​ສຸດ ​ໃນ​ທ​ົ່ວ​ໂລກ

(VOVWORLD) - ວາລະສານ TIME ຊີ້ໃຫ້ເຫັນບັນດາປັດໄຈເຊິ່ງວາລະສານີ້ ຖືວ່າ VinFast ໄດ້ສ້າງຄວາມປະທັບໃຈຄື ເລື່ອງຫຸ້ນຂອງບໍລິສັດນີ້ ເພີ່ມຂຶ້ນ 700% ພາຍຫຼັງ 2 ອາທິດໄດ້ຕິດປະກາດ ຢູ່ຕະຫຼາດຫຼັກຊັບ ນິວຢອກ.
ເປັນ​ຄັ້ງ​ທຳ​ອິດ ບໍ​ລິ​ສັດ ຫວຽດ​ນາມ ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່ 100 ບໍ​ລິ​ສັດ​ມີ​ຜົນ​ສະ​ທ້ອນທີ່​ສຸດ ​ໃນ​ທ​ົ່ວ​ໂລກ - ảnh 1ພາບປະກອບ: qdnd.vn

ວາລະສານ TIME ທີ່ມີຊື່ສຽງຂອງ ອາເມລິກາ ຫາກໍປະກາດບັນຊີລາຍຊື່ 100 ບໍລິສັດມີອິດທິພົນຊື່ສຽງທີ່ສຸດຂອງໂລກໃນປີ 2024. VinFast ເຊິ່ງແມ່ນບໍລິສັດ ລົດໂອໂຕໄຟຟ້າ ຫວຽດນາມ ເປັນຜູ້ຕາງໜ້າໜຶ່ງດຽວຂອງ ຫວຽດນາມ ມີໜ້າໃນບັນຊີລາຍຊື່ນີ້. ນີ້ແມ່ນຄັ້ງທີ 3 TIME ເລືອກເອົາບັນຊີລາຍຊື່ນີ້ ແລະ ເປັນຄັ້ງທຳອິດໃນປະຫວັດສາດ, ມີບໍລິສັດຫວຽດນາມ ນອນໃນບັນຊີລາຍຊື່ນີ້. ຕາມນັ້ນແລ້ວ, VinFast ຖືກຈັດເຂົ້າໃນບັນຊີລາຍຊື່ ບໍລິສັດ ທີ່ພົ້ນເດັ່ນໃນປີຜ່ານມາ.

ວາລະສານ TIME ຊີ້ໃຫ້ເຫັນບັນດາປັດໄຈເຊິ່ງວາລະສານີ້ ຖືວ່າ VinFast ໄດ້ສ້າງຄວາມປະທັບໃຈຄື ເລື່ອງຫຸ້ນຂອງບໍລິສັດນີ້ ເພີ່ມຂຶ້ນ 700% ພາຍຫຼັງ 2 ອາທິດໄດ້ຕິດປະກາດ ຢູ່ຕະຫຼາດຫຼັກຊັບ ນິວຢອກ, ບໍລິສັດທີ່ມີຮູບແບບດຳເນີນທຸລະກິດທີ່ເປັນເອກະລັກສະເພາະທີ່ສຸດ ແມ່ນຂາຍລົດໄຟຟ້າ ແຕ່ໃຫ້ເຊົ່າບາດເຕີລີ ແລະ ແຜນການກ້າຫານຈະເພີ່ມຂຶ້ນທົບ 3 ເທົ່າຈຳນວນລົດຖືກຂາຍໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ