ເປັນຄັ້ງທຳອິດ ສປຊ ສະເຫຼີມສະຫຼອງວັນລະຫຼິ້ນສາກົນ ຕາມຂໍ້ລິເລີ່ມຂອງ ຫວຽດນາມ

(VOVWORLD) - ບັນດາຄຳເຫັນລ້ວນແຕ່ຕີລາຄາສູງຂໍ້ລິເລີ່ມທີ່ມີຄວາມໝາຍຢ່າງແທດຈິງຂອງ ຫວຽດນາມ ແລະ ບັນດາປະເທດກຸ່ມແກ່ນສານ, ຢືນຢັນບົດບາດສຳຄັນຂອງການລະຫຼິ້ນສຳລັບການພັດທະນາຂອງເດັກ
ເປັນຄັ້ງທຳອິດ ສປຊ ສະເຫຼີມສະຫຼອງວັນລະຫຼິ້ນສາກົນ ຕາມຂໍ້ລິເລີ່ມຂອງ ຫວຽດນາມ - ảnh 1   ທີ່ວາລະປຶກສາຫາລືຂັ້ນສູງ
(ພາບ: TTXVN)

        ວັນທີ 11 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ (ອາເມລິກາ), ຫວຽດນາມ ພ້ອມກັບບັນດາປະເທດກຸ່ມແກ່ນສານຊຸກຍູ້ມະຕິເລກທີ 78/268 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ເປັນຄັ້ງທຳອິດໄດ້ຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນລະຫຼິ້ິນສາກົນ 11 ມິຖຸນາ.

        ທີ່ວາລະປຶກສາຫາລືຂັ້ນສູງໃນຂອບເຂດພິທີສະເຫຼີມສະຫຼອງ, ບັນດາຄຳເຫັນລ້ວນແຕ່ຕີລາຄາສູງຂໍ້ລິເລີ່ມທີ່ມີຄວາມໝາຍຢ່າງແທດຈິງຂອງ ຫວຽດນາມ ແລະ ບັນດາປະເທດກຸ່ມແກ່ນສານ, ຢືນຢັນບົດບາດສຳຄັນຂອງການລະຫຼິ້ນສຳລັບການພັດທະນາຂອງເດັກ, ກໍຄືຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ແລະ ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເຂົ້າຮ່ວມເຫດການ “ຮ່ຳຮຽນຜ່ານການລະຫຼິ້ນ” ດ້ວຍຖານະເປັນແຂກຖືກເຊີນພິເສດ, ພ້ອມກັບບັນດານັກຮຽນຂັ້ນອະນຸບານສາກົນສະຫະປະຊາຊາດ (UNIS) ຢູ່ ນິວຢອກ ເຂົ້າຮ່ວມບັນດາການເຄື່ອນໄຫວ “ການຫຼິ້ນເພື່ອຮຽນ”.

ຕອບກັບ

ຂ່າວ/ບົດ​ອື່ນ