ເປັນຄັ້ງທຳອິດ, ສື່ມວນຊົນ ສປປ ເກົາຫຼີ ໄດ້ເຕື້ອງເຖິງບັນດາການພົບປະຂັ້ນສຸດຍອດ

(VOVWORLD) - ການນຳ ສປປ ເກົາຫຼີ ໄດ້ຍົກອອກ “ບັນດາບັນຫາຍຸດທະສາດ ແລະ ຍຸດໂທບາຍ” ຕ້ອງໄດ້ຮັບການປຶກສາຫາລື ແລະ ເຫັນດີເຫັນພ້ອມຈາກບັນດາສະມາຊິກພັກແຮງງານ ສປປ ເກົາຫຼີ
ເປັນຄັ້ງທຳອິດ, ສື່ມວນຊົນ ສປປ ເກົາຫຼີ ໄດ້ເຕື້ອງເຖິງບັນດາການພົບປະຂັ້ນສຸດຍອດ - ảnh 1ການນຳ ສປປ ເກົາຫຼີ Kim Jong – un

ສື່ມວນຊົນ ສປປ ເກົາຫຼີ ໄດ້ໃຫ້ຂ່າວເມື່ອວັນທີ 10 ເມສາວ່າ: ການນຳປະເທດນີ້, ທ່ານ Kim Jong – un ເປັນປະທານກອງປະຊຸມຂອງພັກແຮງງານ ສປປ ເກົາຫຼີ ໃນວັນທີ 9 ເມສາ. ຢູ່ທີ່ນີ້, ທ່ານໄດ້ໄຈ້ແຍກກ່ຽວກັບໝາກຜົນຂອງການເຈລະຈາທີ່ຈະມາເຖິງກັບ ອາເມລິກາ ແລະ ການຜັນແປກ່ຽວຂ້ອງເຖິງການພົວພັນ 2 ພາກເກົາຫຼີ ກ່ອນການພົບປະຂັ້ນສຸດຍອດກັບ ສ ເກົາຫຼີ ໃນວັນທີ 27 ເມສາ ຈະມາເຖິງ. ໃນຂ່າວທຳອິດຂອງສື່ມວນຊົນ ສປປ ເກົາຫຼີ ກ່ຽວກັບການໂອ້ລົມສົນທະນາທາງການກັບ ອາເມລິກາ ແລະ ການພົບປະຂັ້ນສຸດຍອດກັບ ສ ເກົາຫຼີ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ກໍ່ໃຫ້ຮູ້ວ່າ: ການນຳ ສປປ ເກົາຫຼີ ໄດ້ຍົກອອກ “ບັນດາບັນຫາຍຸດທະສາດ ແລະ ຍຸດໂທບາຍ” ຕ້ອງໄດ້ຮັບການປຶກສາຫາລື ແລະ ເຫັນດີເຫັນພ້ອມຈາກບັນດາສະມາຊິກພັກແຮງງານ ສປປ ເກົາຫຼີ, ລວມມີນະໂຍບາຍກ່ຽວກັບການພົວພັນສາກົນໃນອະນາຄົດ ກໍ່ຄືທິດທາງການເຄື່ອນໄຫວທີ່ເໝາະສົມ. ຂໍ້ມູນຂ່າວດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ມີແຜນການພົບປະກັບການນຳ ສປປ ເກົາຫຼີ Kim Jong – un ໃນເດືອນ ພຶດສະພາ ແລະ ມິຖຸນາ  ຈະມາເຖິງພຽງ 2 – 3 ຊົ່ວໂມງ. ທ່ານກໍ່ຫວັງວ່າບັນດາການປຶກສາຫາລືຈະຊ່ວຍບັນດາຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງປອດນິວເຄຼຍຂອງ ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ