ເປັນ​ຄັ້ງ​ທຳ​ອິດ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ມະ​ຕິ​ແຈກ​ຢາຍ​ວັກ​ຊິນ​ກັນ​ໂຄວິດ - 19 ຢ່າງ​ມີ ຄວາມ​ຍຸ​ຕິ​ທຳ

(VOVWORLD) -ບັນດາປະເທດ ສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງຕ້ອງເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ ກໍ່ຄືບັນດາອົງການຈັດຕັ້ງ ແລະ ກົນໄກສາກົນ, ເພື່ອແຈກຢາຍ ວັກຊິນຢ່າງມີ ຄວາມຍຸຕິທຳ, ດ້ວຍລາຄາຕ່ຳສຸດ ໃຫ້ແກ່ບັນດາປະເທດພວມປະສົບກັບວິກິດການ, ຮຽກຮ້ອງໃຫ້ປະຊາຄົມສາກົນ ສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19.
ເປັນ​ຄັ້ງ​ທຳ​ອິດ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ມະ​ຕິ​ແຈກ​ຢາຍ​ວັກ​ຊິນ​ກັນ​ໂຄວິດ - 19 ຢ່າງ​ມີ ຄວາມ​ຍຸ​ຕິ​ທຳ - ảnh 1ສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ ອິນໂດເນເຊຍ (ພາບ: TTXVN)

ຕອນເຊົ້າວັນທີ 27 ກໍລະກົດ ຕາມເວລາ ຮ່າໂນ້ຍ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືຄັ້ງທຳອິດ ກ່ຽວກັບການປະຕິບັດມະຕິສະບັບເລກທີ 2565, ເຊິ່ງໄດ້ຮັບຮອງເອົາເມື່ອເດືອນກຸມພາ ປີ 2021 ກ່ຽວກັບການແຈກຢາຍວັກຊິນກັນໂຄວິດ - 19 ຢ່າງມີຄວາມຍຸຕິທຳ ໃຫ້ແກ່ ບັນດາປະເທດ ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ເປັນຕົ້ນແມ່ນຢູ່ບາງປະເທດເກີດການປະທະກັນ.

ບັນດາປະເທດ ສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງຕ້ອງເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ ກໍ່ຄືບັນດາອົງການຈັດຕັ້ງ ແລະ ກົນໄກສາກົນ, ເພື່ອແຈກຢາຍ ວັກຊິນຢ່າງມີ ຄວາມຍຸຕິທຳ, ດ້ວຍລາຄາຕ່ຳສຸດ ໃຫ້ແກ່ບັນດາປະເທດພວມປະສົບກັບວິກິດການ, ຮຽກຮ້ອງໃຫ້ປະຊາຄົມສາກົນ ສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ເນັ້ນໜັກວ່າ ຕ້ອງຮັບປະກັນ ທຸກໆຄົນລ້ວນແຕ່ໄດ້ຮັບການສັກວັກຊິນ, ສຳຜັດກັບການບໍລິການວິໄຈຫາເຊື້ອ, ປິ່ນປົ່ວພະຍາດໂຄວິດ - 19 ແລະ ຮຽກຮ້ອງໃຫ້ບັນດາປະເທດສະໜັບສະໜູນການເງິນ ກໍ່ຄືແຫຼ່ງສະໜອງວັກຊິນກັນໂຄວິດ - 19 ໃຫ້ແກ່ໂຄງການ COVAX

ຕອບກັບ

ຂ່າວ/ບົດ​ອື່ນ