ເປັນຄັ້ງທຳອິດ ຫວຽດນາມ ບຳລຸງ ສ້າງຂັ້ນປະລິຍາໂທຂະແໜງການຢາ ຮັບໃບປະກາດສະນິຍະບັດເອີລົບ

ເປັນຄັ້ງທຳອິດ ຫວຽດນາມ ບຳລຸງ ສ້າງຂັ້ນປະລິຍາໂທຂະແໜງການຢາ ຮັບໃບປະກາດສະນິຍະບັດເອີລົບ - ảnh 1

ຫວຽດນາມ​ ບຳລຸງ​ສ້າງ​ຂັ້ນປະລິຍາ​ໂທ​ຂະ​ແໜງການ​ຢາຮັບ​ໃບ​ປະກາດສະ​ນິຍະ​ບັດ​ເອີ​ລົບ
(ພາບ: news.go.vn)


(vovworld) -     ວັນ​ທີ 22/10, ຢູ່​ທີ່​ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ Nguyen Viet Tien, ຜູ້ຕາງໜ້າ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ສະຖານທູດ​ຝລັ່ງປະຈຳ​ຫວຽດນາມ ​ແລະ ມະຫາວິທະຍາ​ໄລ​ການ​ຢາ​ຫວຽດນາມ, ມະຫາວິທະຍາ​ໄລ​ວິທະຍາສາດ​ສຸຂະພາບ​ລາວ, ມະຫາວິທະຍາ​ໄລ​ວິທະຍາສາດ​ສຸຂະພາບ​ລາຊະ​ອານາຈັກ​ກຳປູ​ເຈຍ ​ເຂົ້າ​ຮ່ວມ​ພິທີ​​ໄຂ​ຊຸດຮຽນ “​ໂຄງການ​​ຮ່ວມ​ສຳພັນ​ບຳລຸງ​ສ້າງ​ຂັ້ນປະລິຍາ​ໂທຂະ​ແໜງ​ການ​ຢາຮັບ​ໃບ​ປະກາດ​ສະ​ນິຍະ​ບັດເອີ​ລົບ”. ມະຫາ​ວິທະຍາ​ໄລ​ການ​ຢາ​ຫວຽດນາມ ​ແມ່ນ​ໂຮງຮຽນ​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ຂະ​ແໜງ​ການ​ຢາ​ຂອງ​ຫວຽດນາມ ​​ເຊິ່ງຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນບັນດາ​ໂຄງການ, ​ເນື້ອ​ໃນການ​ສຶກສາ​ມະຫາວິທະຍາ​​ໄລ ​ແລະ ​ເໜືອມະຫາວິທະຍາ​ໄລ, ປະກອບສ່ວນ​ຕອບ​ສະໜອງ​ຄວາມ​ຕ້ອງການທາງ​ດ້ານ​ຊັບພະຍາກອນ​ມະນຸດມີ​ຄຸນ​ນະພາ​ບສູງ​ຂອງ​ຂະ​ແໜງ​ສາທາລະນະ​ສຸກ, ພິ​ເສດ​ແມ່ນ​ກໍ່ສ້າງຖັນ​ແຖວຜູ້​ຊ່ຽວຊານ​ທີ່​ມີ​ລະດັບ​ວິຊາ​ສະ​ເພາະ​ເທ່ົາ​ທຽມ​ກັບ​ພາກ​ພື້ນ ​ແລະ ​ໂລກ… ​ໂຄງການ​ບຳລຸງ​ສ້າງ​ຂັ້ນປະລິຍາ​ໂທຂະ​ແໜງການ​ຢາ ຮັບໃບ​ປະກາດ​ສະ​ນິຍະ​ບັດເອີ​ລົບ ​ແມ່ນ​ຮູບ​ແບບ​ການ​ມອບ​ໂ​ອນ​ເຕັກ​ໂນ​ໂລ​ຊີ, ​ອັນໄດ້​ນຳ​​​​​ຮູບ​ແບບ​ທົດ​ລອງ​ຂອງ​​ໂຮງຮຽນ​ລົງ​ເລິກ​ຂະ​ແໜງ​ສະ​ເພາະມາ​ໃຫ້ລະບົບ​ການສຶກສາຂອງ​ບັນດາ​ປະ​ເທດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ