ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ ປະ​ກາດ​ໂຄງ​ການ​ກະ​ທຳ​ແຫ່ງ​ຊາດ​ກ່​ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ

(VOVWORLD) - ໂຄງການໄດ້ສ້າງຕັ້ງບົນ 4 ເສົາຄ້ຳຂອງໂຄງການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ລວມມີ: ການເຂົ້າຮ່ວມ, ປົກປ້ອງ, ຕ້ານ ແລະ ໜູນຊ່ວຍການຟື້ນຟູ.
ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ ປະ​ກາດ​ໂຄງ​ການ​ກະ​ທຳ​ແຫ່ງ​ຊາດ​ກ່​ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີ (ພາບ: nhandan.vn)

ວັນທີ 8 ສິງຫາ, ຢູ່ນະຄອນດ່ານັ້ງ, ຫວຽດນາມ ໄດ້ປະກາດໂຄງການກະທຳແຫ່ງຊາດ (NAP) ກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຢ່າງເປັນທາງການ, ອັນໄດ້ສ້າງຂີດໝາຍປະຫວັດສາດໃນຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງໃນຂົງເຂດສັນຕິພາບ ແລະ ຄວາມໝັ້ນຄົງ.

ໂຄງການໄດ້ສ້າງຕັ້ງບົນ 4 ເສົາຄ້ຳຂອງໂຄງການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ລວມມີ: ການເຂົ້າຮ່ວມ, ປົກປ້ອງ, ຕ້ານ ແລະ ໜູນຊ່ວຍການຟື້ນຟູ. ໂຄງການໄດ້ຍົກໃຫ້ເຫັນຢ່າງຈະແຈ້ງເຖິງບັນດາເປົ້າໝາຍກ່ຽວກັບການເຂົ້າຮ່ວມຢ່າງຄົບຖ້ວນ, ມີຄວາມສະເໝີພາບ ແລະ ມີຄວາມໝາຍຂອງແມ່ຍິງ ໃນດ້ານການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຮັບມືກັບການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ, ປະສົມປະສານບັນຫາທາງເພດ ເຂົ້າໃນບັນດາວິທີການຮັບມື ກັບການປະທະກັນ, ວິກິດການ, ວິນາດຕະກຳ ແລະ ສິ່ງທ້າທາຍທາງດ້ານຄວາມໝັ້ນຄົງທີ່ຫາກໍ່ພົ້ນເດັ່ນຂຶ້ນ ຄື: ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ. ໂຄງການກໍ່ເຕື້ອງເຖິງການຮ່ວມມືສາກົນ, ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮ່ວມມືກັບປະຊາຄົມທົ່ວໂລກເພື່ອຊຸກຍູ້ໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.

        ເນື່ອງໃນໂອກາດນີ້, ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ປະຈຳ ຫວຽດນາມ ໄດ້ອອກແຈ້ງຂ່າວຄັດສະເໜີຄຳເວົ້າຂອງທ່ານນາງ Sima Bahous, ຫົວໜ້າຝ່າຍບໍລິຫານທົ່ວໂລກຂອງ UN Women, ຊົມເຊີຍ ຫວຽດນາມ ທີ່ໄດ້ປະກາດ NAP. ທ່ານນາງ Sima Bahous ເນັ້ນໜັກວ່າ, ເລື່ອງຜັນຂະຫຍາຍໂຄງການກະທຳແຫ່ງຊາດຂອງ ຫວຽດນາມ ຈັດຂຶ້ນໃນຈຸດເວລາສຳຄັນ, ເມື່ອບັນດາສິ່ງທ້າທາຍທົ່ວໂລກພວມສົ່ງຜົນສະທ້ອນເຖິງມະນຸດທຸກຄົນ. ສະນັ້ນ, ເລື່ອງເລີ່ມຈັດການເຄື່ອນໄຫວໂຄງການກະທຳແຫ່ງຊາດນີ້ມີຄວາມສຳຄັນຍິ່ງກວ່າເວລາໃດໝົດ. UN Women ພ້ອມແລ້ວຈະໜູນຊ່ວຍລັດຖະບານ ຫວຽດນາມ ເປີດກວ້າງການພົວພັນຄູ່ຮ່ວມມື, ນຳໃຊ້ບັນດາແຫຼ່ງກຳລັງເພື່ອຮັບປະກັນວ່າ ບໍ່ໃຫ້ແມ່ຍິງ ຫຼື ເດັກຍິງຖືກປະໄວ້ຢູ່ທາງຫຼັງ.

        ຕາມ UN Womenແລ້ວ, ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວໜ້າພໍສົມຄວນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສະແດງໃຫ້ເຫັນເຈດຈຳນົງດ້ານການເມືອງ ແລະ ກຳລັງໜູນຢ່າງແຮງ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ຢູ່ລະດັບສາກົນ, ຍາມໃດ ຫວຽດນາມ ກໍ່ມີສຽງເວົ້າຢ່າງແຮງໃຫ້ແກ່ໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ