ເປັນຄັ້ງທຳອິດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນຫຼາຍກ່ວາ 30.000 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ

(VOVWORLD) -ນັບແຕ່ເວລາ 16:00 ໂມງ ຂອງວັນທີ 14 ກຸມພາ ຫາ 16:00 ໂມງ ຂອງວັນທີ 15 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 31.814 ຄົນ, ໃນນັ້ນ ມີ 27 ຄົນມາຈາກຕ່າງປະເທດ ແລະ 31.787 ຄົນພາຍໃນ 62 ແຂວງ ແລະ ນະຄອນ . ນີ້ແມ່ນຈຳນວນ ຜູ້ຕິດເຊື້ອໂຄວິດ-19 ຫຼາຍກ່ວາໝູ່ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ
ເປັນຄັ້ງທຳອິດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນຫຼາຍກ່ວາ 30.000 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ - ảnh 1ພາບປະກອບ

     3 ທ້ອງຖິ່ນທີ່ມີກໍລະນີຕິດເຊື້ອຫຼາຍກວ່າໝູ່ຄື: ຮ່າໂນ້ຍ (3.972 ກໍລະນີ), ຫາຍເຢືອງ (1.807 ກໍລະນີ), ຫາຍຟ່ອງ (1.417 ກໍລະນີ). ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.572.087 ຄົນ.

          ໃນວັນທີ 15 ກຸມພາ, ມີຜູ້ຕິດເຊື້ອ 9,326 ຄົນໄດ້ຮັບການປະກາດ ປິ່ນປົວຫາຍດີ ແລະ ມີ 85 ຄົນເສຍຊີວິດໃນ 24 ຊົ່ວໂມງທີ່ຜ່ານມາ.

          ກ່ຽວກັບການສັກຢາວັກຊິນປ້ອງກັນ, ມາຮອດຕອນບ່າຍວັນທີ 15 ກຸມພາ, ທົ່ວປະເທດໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ເກືອບ 186,5 ລ້ານໂດສ; ໃນນັ້ນ, ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ເດັກນ້ອຍໄວ 12-17 ປີ ມີຈໍານວນ 16.434.205 ໂດສ. ມີ 53/63 ແຂວງ, ນະຄອນ ມີອັດຕາການສັກວັກຊິນເຂັມທີ 2 ສູງກ່ວາ 90%

ຕອບກັບ

ຂ່າວ/ບົດ​ອື່ນ