ເປັນຄັ້ງທຳອິດ ຫວຽດນາມ ມອບລາງວັນການແຂ່ງຂັນພາບຖ່າຍ ແລະ ວີດີໂອ ກ່ຽວກັບຫົວເລື່ອງສິດທິມະນຸດ

(VOVWORLD) - ພິທີໄຂການວາງສະແດງ ແລະ ປະກາດລາງວັນການແຂ່ງຂັນຈະໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 19 ທັນວາ, ຢູ່ ຮ່າໂນ້ຍ.
ເປັນຄັ້ງທຳອິດ ຫວຽດນາມ ມອບລາງວັນການແຂ່ງຂັນພາບຖ່າຍ ແລະ ວີດີໂອ ກ່ຽວກັບຫົວເລື່ອງສິດທິມະນຸດ - ảnh 1ການແຂ່ງຂັນພາບຖ່າຍ ແລະ ວີດີໂອກ່ຽວກັບຫົວເລື່ອງສິດທິມະນຸດຈະໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 19 ທັນວາ
(ພາບ: baophapluat.vn)

ເປັນຄັ້ງທຳອິດ, ມີການແຂ່ງຂັນພາບຖ່າຍ ແລະ ວີດີໂອກ່ຽວກັບຫົວເລື່ອງສິດທິມະນຸດດ້ວຍຊື່ວ່າ “ຫວຽດນາມ ສັນຕິສຸກ ປີ 2023” ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈັດຂຶ້ນ ຕາມຮູບແບບທາງໄກ ຜ່ານການໂຄສະນາຮູບແບບ ຫວຽດນາມ - https://vietnam.vn. ພິທີໄຂການວາງສະແດງ ແລະ ປະກາດລາງວັນການແຂ່ງຂັນຈະໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 19 ທັນວາ, ຢູ່ ຮ່າໂນ້ຍ. ພາຍຫຼັງປຸກລະດົມເປັນເວລາ 4 ເດືອນ (ແຕ່ເດືອນ ມິຖຸນາ - ຕຸລາ 2023), ການແຂ່ງຂັນໄດ້ດຶງດູດກວ່າ 7.000 ພາບຖ່າຍ ແລະ ວີດີໂອ ສົ່ງເຂົ້າມາຈາກບັນດາຜູ້ຖ່າຍຮູບຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ແຕ່ລະຜົນງານແມ່ນເລື່ອງລາວທີ່ດຶງດູດໃຈ ຫຼື ອາດຈະແມ່ນເລື່ອງລາວກ່ຽວກັບແງ່ມູນສັງເກດສະພາບຕົວຈິງກ່ຽວກັບການດຳລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ, ແຕ່ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຄວາມສຸກ.

ການແຂ່ງຂັນເປັນສິ່ງພິສູດໃຫ້ເຫັນນະໂຍບາຍສະເໜີຕົ້ນສະເໜີປາຍຂອງ ຫວຽດນາມ ຕໍ່ວຽກງານເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ, ຖືປະຊາຊົນເປັນໃຈກາງ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ປະຊາຊົນເຂົ້າຮ່ວມ, ປະກອບສ່ວນ, ເສີມຂະຫຍາຍກຳລັງຄວາມສາມາດ, ພູມປັນຍາຂອງຕົນເຂົ້າໃນພາລະກິດສ້າງສາ, ພັດທະນາປະເທດ ຫວຽດນາມ. ພ້ອມທັງ, ສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ສະແດງໃຫ້ເຫັນຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດ ຫວຽດນາມ ໃນການຖ່າຍຮູບ ແລະ ວີດີໂອ ໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມ ອອກສູ່ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ