ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ​ ສົ່ງ​ອອກ​ເຂົ້າ​ສານ​ໄປ​ຍັງ ອົ​ດສະ​ຕາ​ລີ

(VOVWORLD) - ບໍ່ພຽງແຕ່ມີລາຄາເພີ່ມຂຶ້ນເທົ່ານັ້ນ, ຫາກຕະຫຼາດສົ່ງອອກເຂົ້າສານຂອງຫວຽດນາມກໍ່ພວມເປີດກ້ວາງອີກດ້ວຍ, ແລະ ໃນອາທິດນີ້ເຂົ້າສານງວດທຳອິດຂອງຫວຽດນາມໄດ້ສົ່ງອອກໄປຍັງຕະຫຼາດອົດສະຕາລີ.

ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ​ ສົ່ງ​ອອກ​ເຂົ້າ​ສານ​ໄປ​ຍັງ ອົ​ດສະ​ຕາ​ລີ - ảnh 1ເມື່ອ EVFTA  ເຂົ້າການປະຕິບັດໄດ້ສ້າງກາລະໂອກາດໃຫ້ແກ່ບັນດາວິສາຫະກິດເຂົ້າສານ ຫວຽດນາມ

(ພາບ: dantri.com.vn)

ຕາມກຸ່ມບໍລິສັດກ້າເບ້ຍໄມ້ຫວຽດນາມແລ້ວ, ນີ້ແມ່ນຄັ້ງທຳອິດທີ່ຜະລິດຕະພັນເຂົ້າສານທີ່ມີເຄື່ອງໝາຍການຄ້າ ຫວຽດນາມ ໄດ້ສົ່ງອອກໄປຍັງຕະຫຼາດນີ້ອົດສະຕາລີ. ເພື່ອແຊກຊຶມເຂົ້າຕະຫຼາດໃຫຍ່ ຄື EU, ອາເມລິກາ, ອົດສະຕາລີ, ເຂົ້າສານຂອງ ຫວຽດນາມ ຕ້ອງບັນລຸໄດ້ໃບຢັ້ງຢືນລະບົບຄຸ້ມຄອງຄວາມປອດໄພສຸຂະອະນາໄມດ້ານອາຫານ (FSSC 22000) ກ່ຽວກັບການປຸງແຕ່ງ, ຫຸ້ມຫໍ່ ແລະ ອອກສິນຄ້າຂອງລາຊະອານາຈັກອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ