ເປັນຄັ້ງທຳອິດ, ຫວຽດນາມ ສ້າງຕັ້ງກົມກອງຕຳຫຼວດຮັກສາສັນຕິພາບ

(VOVWORLD) - ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດການຝຶກອົບຮົມ, ເຂົ້າຮ່ວມບັນດາຊຸດບຳລຸງສ້າງ, ຝຶກຊ້ອມຢູ່ພາຍໃນ ແລະ ຕ່າງປະເທດໃຫ້ນາຍຕຳຫຼວດປະຊາຊົນກວ່າ 70 ເທື່ອຄົນ
ເປັນຄັ້ງທຳອິດ, ຫວຽດນາມ ສ້າງຕັ້ງກົມກອງຕຳຫຼວດຮັກສາສັນຕິພາບ - ảnh 1(ທ່ານຮອງລັດຖະມົນຕິກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງ ກ່າວຄຳເຫັນທີ່ພິທີ)

        ຕອນບ່າຍວັນທີ 11 ມັງກອນ, ຢູ່ ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດພິທີປະກາດຂໍ້ຕົກລົງສ້າງຕັ້ງ ແລະ ເປີດຕົວກົມກອງຕຳຫຼວດຮັກສາສັນຕິພາບເລກ 1. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ສ້າງຕັ້ງກົມກອງຕຳຫຼວດປະກອບອາວຸດຮັກສາສັນຕິພາບ.

        ນັບແຕ່ປີ 2022 ມາຮອດປະຈຸບັນ, ໂດຍໄດ້ຮັບການໜູນຊ່ວຍຈາກສະຫະປະຊາຊາດ, ບັນດາປະເທດຄູ່ຮ່ວມມືຮັກສາສັນຕິພາບ, ບັນດາອົງການຈັດຕັ້ງສາກົນ… ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດການຝຶກອົບຮົມ, ເຂົ້າຮ່ວມບັນດາຊຸດບຳລຸງສ້າງ, ຝຶກຊ້ອມຢູ່ພາຍໃນ ແລະ ຕ່າງປະເທດໃຫ້ນາຍຕຳຫຼວດປະຊາຊົນກວ່າ 70 ເທື່ອຄົນ, ເພື່ອກະກຽມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕິກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງ, ເນັ້ນໜັກວ່າ:

        “ຂໍ້ຕົກລົງສ້າງກົມກອງຕຳຫຼວດຮັກສາສັນຕິພາບເລກ 1 ຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງພັກ, ລັດ, ກະຊວງຕຳຫຼວດ ຫວຽດນາມ ຢ່າງແຮງ, ຕໍ່ເລື່ອງຕັ້ງໜ້າເຂົ້າຮ່ວມ, ມີຄວາມຮັບຜິດຊອບໃນການຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ນີ້ແມ່ນບາດກ້າວໃໝ່, ພາຍຫຼັງຜົນສຳເລັດໃນເບື້ອງຕົ້ນກ່ຽວກັບການຈັດສົ່ງໜ່ວຍປະຕິບັດງານທຳອິດ, ດ້ວຍເປົ້າໝາຍປະກອບສ່່ວນຫຼາຍກວ່າເກົ່າໃນໜ້າທີ່ຄວາມຮັບຜິດຊອບຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ພາກພື້ນ, ປົກປ້ອງບັນດາຫຼັກການພື້ນຖານຂອງສະຫະປະຊາຊາດ”.

        ກ່າວຄຳເຫັນທີ່ພິທີ, ທ່ານ Faisal Shahkar, ຜູ້ບັນຊາການຕຳຫຼວດສະຫະປະຊາຊາດກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບ, ຢືນຢັນວ່າ: ເລື່ອງສ້າງຕັ້ງກົມກອງຕຳຫຼວດຮັກສາສັນຕິພາບແມ່ນສິ່ງພິສູດໃຫ້ເຫັນບົດບາດ ແລະ ການປະກອບສ່ວນທີ່ນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ ຕໍ່ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ