ເປັນຄັ້ງທຳອິດ ຫວຽດນາມ ໂຄສະນາຜະລິດຕະພັນຢູ່ງານວາງສະແດງອຸດສາຫະກຳປ້ອງກັນຊາດສາກົນ ຢູ່ ໂປໂລຍ

(VOVWORLD) - MSPO ຄັ້ງທີ 31 ແມ່ນ 1 ໃນຈຳນວນ 3 ງານວາງສະແດງການປ້ອງກັນຊາດໃຫຍ່ທີ່ສຸດໃນເອີລົບ, ຢືນອັນດັບທີ 9 ໃນຈຳນວນ 100 ເຫດການວາງສະແດງດ້ານປ້ອງກັນຊາດໃຫຍ່ທີ່ສຸດໃນໂລກ
ເປັນຄັ້ງທຳອິດ ຫວຽດນາມ ໂຄສະນາຜະລິດຕະພັນຢູ່ງານວາງສະແດງອຸດສາຫະກຳປ້ອງກັນຊາດສາກົນ ຢູ່ ໂປໂລຍ - ảnh 1ເຂົ້າຮ່ວມເຫດການນີ້ Viettel ໄດ້ແນະນຳ 60 ຜະລິດຕະພັນ
(ພາບ: tapchicongthuong.vn)

    ກຸ່ມບໍລິສັດອຸດສາຫະກໍາ - ໂທລະຄົມມະນາຄົມກອງທັບ (Viettel) ຂອງ ຫວຽດນາມ ໄດ້ເຂົ້າຮ່ວມງານວາງສະແດງອຸດສາຫະກໍາປ້ອງກັນຊາດສາກົນ (MSPO) ເຊິ່ງຈັດຂຶ້ນແຕ່ວັນທີ 05 ຫາວັນທີ 08 ກັນຍາ, ຢູ່ນະຄອນ Kielce, ປະເທດ ໂປໂລຍ. ນີ້ແມ່ນຄັ້ງທຳອິດທີ່ວິສາຫະກິດ ຫວຽດນາມ ເຂົ້າຮ່ວມ ແລະ ສົ່ງເສີມການດຳເນີນທຸລະກິດທີ່ເຫດການນີ້.

            MSPO ຄັ້ງທີ 31 ແມ່ນ 1 ໃນຈຳນວນ 3 ງານວາງສະແດງການປ້ອງກັນຊາດໃຫຍ່ທີ່ສຸດໃນເອີລົບ, ຢືນອັນດັບທີ 9 ໃນຈຳນວນ 100 ເຫດການວາງສະແດງດ້ານປ້ອງກັນຊາດໃຫຍ່ທີ່ສຸດໃນໂລກ. ເຂົ້າຮ່ວມເຫດການນີ້, Viettel ໄດ້ແນະນຳ 60 ຜະລິດຕະພັນດ້ານການທະຫານທີ່ມີລັກສະນະທຽບເທົ່າກັບບັນດາຜະລິດຕະພັນ ອຸດສາຫະກຳເຕັກໂນໂລຢີສູງໃນໂລກ, ບັນລຸລະດັບການຜະລິດຕາມມາດຕະຖານ ສາກົນ. Viettel ເຂົ້າຮ່ວມ MSPO 2023 ເພື່ອເປີດກວ້າງກາລະໂອກາດ ດຳເນີນທຸລະກິດ, ຊຸກຍູ້ການພົວພັນຄູ່ຮ່ວມມືນາໆຊາດ, ພ້ອມທັງ ໂຄສະນາຄວາມສາມາດບົ່ມຊ້ອນດ້ານອຸດສາຫະກຳປ້ອງກັນຊາດຂອງ ຫວຽດນາມ ອອກສູ່ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ