ເປັນຄັ້ງທຳອິດ, ຫວຽດນາມ ໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກ່ວາ 60.000 ຄົນໃນ 24 ຊົ່ວໂມງ

(VOVWORLD) -          ວັນທີ 23 ກຸມພານີ້, ໄດ້ປະກາດມີຜູ້ຕິດເຊື້ອ 15.641 ຄົນ ໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຫາຍດີແມ່ນ 2.320.722 ກໍລະນີ. ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມມີ 91 ຄົນເສຍຊີວິດ
ເປັນຄັ້ງທຳອິດ, ຫວຽດນາມ ໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກ່ວາ 60.000 ຄົນໃນ 24 ຊົ່ວໂມງ - ảnh 1ພາບປະກອບ

      ນັບແຕ່ເວລາ 16:00 ໂມງ ຂອງວັນທີ 22 ກຸມພາ ຫາ 16:00 ໂມງ ຂອງວັນທີ 23 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 60.355 ຄົນ, ໃນນັ້ນ 17 ຄົນມາຈາກຕ່າງປະເທດ ແລະ 60.338 ຄົນ ຢູ່ 62 ໃນຈຳນວນ 63 ແຂວງ ແລະ ນະຄອນໃນທົ່ວປະເທດ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 2.972.378 ຄົນ.

          ວັນທີ 23 ກຸມພານີ້, ໄດ້ປະກາດມີຜູ້ຕິດເຊື້ອ 15.641 ຄົນ ໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຫາຍດີແມ່ນ 2.320.722 ກໍລະນີ. ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມມີ 91 ຄົນເສຍຊີວິດ.

          ກ່ຽວກັບການສັກຢາປ້ອງກັນ, ມາຮອດຕອນບ່າຍວັນທີ 23 ກຸມພານີ້, ທົ່ວປະເທດໄດ້ສັກວັກແຊງກັນພະຍາດໂຄວິດ-19 ໄດ້ກວ່າ 192,4 ລ້ານໂດສ. ມາຮອດປະຈຸບັນ, 59/63 ແຂວງ, ນະຄອນມີອັດຕາການສັກວັກແຊງເຂັມທີ 2 ໃຫ້ແກ່ປະຊາຊົນທີ່ມີອາຍຸ 18 ປີຂຶ້ນໄປ ແມ່ນກວ່າ 90%. ຈຳນວນວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ສັກໃຫ້ແກ່ເດັກນ້ອຍອາຍຸ 12-17 ປີ ແມ່ນ 16.964.195 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ