ເປັນ​ຄັ້ງ​ທຳ​ອິດ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ​ນະ​ຄອນຫຼວງ​ຂອງ ລີ​ບັງ, ເຮ​ໂບ​ລາ ສືບ​ຕໍ່​ບຸກ​ໂຈມ​ຕີ​ໂຕ້​ຕອບ

(VOVWORLD) - ການສູ້ຢັນກັນດ້ວຍອາວຸດລະຫວ່າງ ອິດສະຣາແອັນ ແລະ ເຮໂບລາ ຢູ່ ລີບັງ ສືບຕໍ່ປິນຂັ້ນໄດຢ່າງອັນຕະລາຍ ເມື່ອວັນທີ 30 ກໍລະກົດ ອິດສະຣາແອັນ ໄດ້ບຸກໂຈມຕີທາງອາກາດເຂົ້າເຂດຊານນະຄອນຫຼວງ Beirut ຂອງ ລີບັງ, ສ້າງຂີດໝາຍ ເປັນຄັ້ງທຳອິດທີ່ນະຄອນຫຼວງຂອງ ລີບັງ ຖືກກາຍເປັນເປົ້າໝາຍບຸກໂຈມຕີຂອງ ອິດສະຣາແອັນ ພາຍຫຼັງທີ່ເຄັ່ງຕຶງໃນເກືອບ 10 ເດືອນຜ່ານມາ.
ເປັນ​ຄັ້ງ​ທຳ​ອິດ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ​ນະ​ຄອນຫຼວງ​ຂອງ ລີ​ບັງ, ເຮ​ໂບ​ລາ ສືບ​ຕໍ່​ບຸກ​ໂຈມ​ຕີ​ໂຕ້​ຕອບ - ảnh 1ບ້ານ Chiline ຢູ່ຊາຍແດນທາງທິດໃຕ້ ລີບັງ ຖືກບຸກໂຈມຕີທາງອາກາດ ໃນວັນທີ 28 ກໍລະກົດ (ພາບ:Times of Israel)

ຕາມແຈ້ງການຢ່າງເປັນທາງການຂອງກອງທັບ ອິດສະຣາແອັນ, ເປົ້າໝາຍບຸກໂຈມຕີເຂົ້າເຂດຊານ ນະຄອນຫຼວງ Beirut ທາງທິດໃຕ້ ຂອງ ລີບັງ ໃນຕອນຄ່ຳວັນທີ 30 ກໍລະກົດ ແມ່ນ Fuad Shukr, ຜູ້ບັນຊາການສູງສຸດຂອງ ເຮໂບລາ ແລະ ຖືກກ່າວຫາວ່າເປັນຜູ້ໜູນຫຼັງການຊ້ອມຮົບຍິງລູກສອນໄຟຂອງ ເຮໂບລາ ໃນພູພຽງ Golan ໃນວັນທີ 27 ກໍລະກົດ ເຮັດໃຫ້ມີເຍົາວະຊົນ ອິດສະຣາແອັນ 12 ຄົນເສຍຊີວິດ. ການບຸກໂຈມຕີທາງອາກາດໂດຍເຮືອບິນບໍ່ມີຄົນຂັບປະຕິບັດ, ເຊິ່ງເປັນຂີດໝາຍຄັ້ງທຳອິດກອງທັບອາກາດ ອິດສະຣາແອັນ ບຸກໂຈມຕີເຂົ້ານະຄອນຫຼວງ ລີບັງ ພາຍຫຼັງປະທະກັນຂ້າມຊາຍແດນກັບ ເຮໂບລາ ຢ່າງດຸເດືອດໃນເກືອບ 10 ເດືອນຜ່ານມາ. ແຈ້ງການຫຼ້າສຸດຂອງກອງທັບ ອິດສະຣາແອັນ ຢັ້ງຢືນວ່າ ຜູ້ບັນຊາການສູງສຸດ ເຮໂບລາ ໄດ້ເສຍຊີວິດໃນເຫດບຸກໂຈມຕີທາງອາກາດດັ່ງກ່າວ. ເຖິງຢ່າງໃດກໍຕາມ, ບາງແຫຼ່ງຂ່າວ ລີບັງ ແລະ ພາກພື້ນ ໄດ້ໃຫ້ຮູ້ວ່າ ທ່ານ Fuad Shukr ພຽງຖືກຮັບບາດເຈັບເທົ່ານັ້ນ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ