ເປັນຄັ້ງທຳອິດ ອາເມລິກາ - ຈີນ ຈັດກອງປະຊຸມສຸດຍອດຢູ່ນອກກອງປະຊຸມ G20

(VOVWORLD) -ນີ້ຈະແມ່ນການພົບປະຄັ້ງທຳອິດລະຫວ່າງການນຳຂັ້ນສູງຂອງ 2 ປະເທດ ແລະ ໄດ້ຮັບຄວາມຫວັວ່າ ຈະແກ້ໄຂ, ຫຼຸດຜ່ອນບັນດາຄວາມເຂົ້າໃຈຜິດລະຫວ່າງ 2 ປະເທດໃນໄລຍະຜ່ານມາ.

       ໜຶ່ງໃນບັນດາເຫດການໄດ້ຮັບຄວາມລໍຄອຍທີ່ສຸດຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ເຊິ່ງຈະດຳເນີນໃນລະຫວ່າງວັນທີ 15-16 ພະຈິກ, ຢູ່ ບາລີ, ປະເທດ ອິນໂດເນເຊຍ ນັ້ນ ແມ່ນການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ. ນີ້ຈະແມ່ນການພົບປະຄັ້ງທຳອິດລະຫວ່າງການນຳຂັ້ນສູງຂອງ 2 ປະເທດ ແລະ ໄດ້ຮັບຄວາມຫວັວ່າ ຈະແກ້ໄຂ, ຫຼຸດຜ່ອນບັນດາຄວາມເຂົ້າໃຈຜິດລະຫວ່າງ 2 ປະເທດໃນໄລຍະຜ່ານມາ.

        ຕາມແຈ້ງການຈາກທຳນຽບຂາວແລ້ວ, ການນຳ 2 ທ່ານ ຈະປຶກສາຫາລືບັນດາຄວາມມານະພະຍາຍາມເພື່ອຮັກສາ ແລະ ເຮັດໃຫ້ການຕິດຕໍ່ພົວພັນເລິກເຊິ່ງກວ່າ, ກໍຄືຊອກຫາວິທີຄຸ້ມຄອງການແກ່ງແຍ້ງກັນໂດຍມີຄວາມຮັບຜິດຊອບ, ພິເສດແມ່ນບັນດາສິ່ງທ້າຍທາຍທີ່ສົ່ງຜົນກະທົບເຖິງປະຊາຄົມສາກົນ. ໂດຍຖືກດຳເນີນໃນສະພາບການພົວພັນລະຫວ່າງ ອາເມລິກາ - ຈີນ ໄດ້ຕົກສູ່ລະດັບຕ່ຳສຸດໃນຫຼາຍທົດສະວັດຜ່ານມາ, ວົງການເຈົ້າໜ້າທີ່ຂັ້ນສູງຂອງ 2 ປະເທດ ລ້ວນແຕ່ຕີລາຄາສູງການພົບປະລະຫວ່າງການນຳຂັ້ນສູງ ອາເມລິກາ - ຈີນ ຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ