ເປັນຄັ້ງທຳອິດ ອາເມລິກາອອກຖະແຫລງການກ່ຽວກັບ ທະເລຕາເວັນອອກ

ເປັນຄັ້ງທຳອິດ ອາເມລິກາອອກຖະແຫລງການກ່ຽວກັບ     ທະເລຕາເວັນອອກ - ảnh 1
ພາບປະກອບ


(vovworld) -  ​​ພາຍຫລັງ​ສະພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ມະຕິ S.Res 524 ຢືນຢັນ​ຄືນ​ການ​ສະຫນັບສະຫນູນ​ຢ່າງ​ແຮງ​ຂອງ​ອາ​ເມ​ລິ​ກາ​ຕໍ່​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ບົນ​ທະ​ເລ​ຕາ​ເວັນ​ອອກ (DOC). ວັນ​ທີ 4/8, ອຳນາດ​ການ​ປົກຄອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ເປັນ​ຄັ້ງ​ທຳ​ອິດ​​ໄດ້​ອອກ​ຖະ​ແຫລ​ງການ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ຖະ​ແຫລ​ງການ​ໄດ້​ຊີ້​ແຈງ​ວ່າ:  ​ໂດຍແມ່ນ​ປະ​ເທດ​ໃນ​​ເຂດ​ປາຊີ​ຟີ​ກ, ອາ​ເມ​ລິ​ກາ ມີ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ​ເຄົາລົບ​ກົດໝາຍ​ສາກົນ, ມີ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການ​ຄ້າ​ຖືກ​ກັບ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ອາ​ເມ​ລິ​ກາ ບໍ່​ແຊກ​ແຊງ​ເຂົ້າ​ການ​ພິພາດ​ອະທິປະ​ໄຕ ​ແລະ ບໍ່​ມີ​ຄວາມ​ມັກ​​ໃຫຍ່​ໄຝ່ສູງ​ພິພາດ​ນ່ານທະ​ເລຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ອາ​ເມ​ລິ​ກາ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ຈະ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນ ​ແລະ ນຳ​ໃຊ້​ມາດ​ຕະການ​ທາງ​ການ​ທູດ​ເພື່ອ​ແກ້​ໄຂ​ການ​ພິພາດ​ໂດຍ​ບໍ່​ນຳ​ໃຊ້​ມາດ​ຕະການ​ບັງ​ຂັບ, ຂູ່​ເຂັນ, ນຳ​ໃຊ້ກຳລັງ

​ອາວຸດ, ນາບ​ຂູ່ນຳ​ໃຊ້​ກຳລັງ​ອາວຸດ. ອາ​ເມ​ລິ​ກາ ວິຕົກ​ກັງວົນ​ກ່ຽວ​ກັບ​ຄວາມ​ເຄັ່ງຕຶງ​ເພີ່ມ​ຂຶ້ນ​ຢູ່​​ເຂດ​ທະ​ເລ​ຕາ​ເວັນ​ອອກ ​ແລະ ຕິດຕາມ​ຢ່າງ​ໃກ້ຊິດ​ສະພາບ​ກາ​ນຢູ່​​ເຂດ​ນີ້. ອາ​ເມ​ລິ​ກາ ສົ່ງ​ເສີມ​ອາ​ຊຽນ ​ແລະ ຈີນ ມີ​ບັນດາ​ບາດກ້າວ​ເພື່ອ​ເປັນ​​ເອກະ​ພາບ​ຕໍ່​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ສ້າງ​ບັນດາ​ຂໍ້​ກຳນົດ ​ແລະ ຫລັກການ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ສັນຕິ​ວິທີ. ອາ​ເມ​ລິ​ກາ ສະຫນັບສະຫນູນ​ຫລັກການ 6 ຂໍ້ ຂອງ​ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຫວ່າງ​ແລ​້ວນີ້. ອາ​ເມ​ລິ​ກາ ​ເລັ່ງລັດ​ບັນດາ​ຝ່າຍ​ຈົ່ງ​ຊີ້​ແຈງ​ຄຳ​ຖະ​ແຫລ​ງການ​ອະທິ​ປະ​ໄຕ​ເຂດ​ນ່ານທະ​ເລ ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ ມີ​ສົນທິສັນຍາ​ກົດໝາຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ.

​ໃນ​ວັນ​ດຽວ​ກັນ, ທ່ານ Faleomavaega ສະມາຊິກ​ສະພາ​ຕຳ່ ອາ​ເມ​ລິ​ກາ, ສັງກັດ​ອະນຸ​ກຳມະການ​ກ່ຽວ​ກັບ​ເຂດ ອາຊີ - ປາຊີ​ຟີ​ກ ຂອງ​ສະພາ​ຕຳ່​ອາ​ເມ​ລິ​ກາ ​ໄດ້​ແນະນຳ​ຮ່າງ​ກົດໝາຍ H.R.6313 ​ເພື່ອ​ຊຸກຍູ້​ການ​ແກ້​ໄຂ​ສັນຕິພາບ ​ແລະ ການ​ຮ່ວມ​ມື​ບັນດາ​ການ​ພິພາດ​ເຂດ​ນ່ານທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ກໍ​ຄື​ເຂດ​ທະ​ເລ​ອື່ນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.

 

ຂ່າວ/ບົດ​ອື່ນ