ເປັນຄັ້ງທຳອິດ ແຂວງ ດົ່ງທາບ ຍື່ນອັນດັບ ໜຶ່ງໃນຕາຕະລາງ ຈັດອັບດັບ PCI 2012

ເປັນຄັ້ງທຳອິດ ແຂວງ ດົ່ງທາບ ຍື່ນອັນດັບ ໜຶ່ງໃນຕາຕະລາງ ຈັດອັບດັບ PCI 2012 - ảnh 1
ພິທີ​ປະກາດ​ດັດຊະນີ​ກຳລັງ​ຄວາມ​ສາມາດແກງ​ແຍ້​ງ​ຂັ້ນ​ແຂວງ​ປີ 2012
(ພາບ: baomoi.com)

(vovworld) – ​ເປ​ັນຄັ້ງ​ທຳ​ອິດ​ທີ່ແຂວງ ດົ່ງ​ທາ​ບ ​ໄດ້ບື່ນຕົວ​ຂຶ້ນ​ນຳ​ໜ້າ​ຕາຕະລາງດັດ​ຊະ​ນີກຳລັງ​ຄວາມສາມາດ​ແກງ​ແຍ້​ງຂັ້ນ​ແຂວງ (ຫຼື PCI) 2012. ນີ້​ແມ່ນ​ແຫຼ່ງຂ່າວ​ໄດ້​ຍົກ​ອອກ​ມາ​ທີ່​ພິທີ​ປະກາດ​ດັດຊະນີ​ກຳລັງ​ຄວາມ​ສາມາດແກງ​ແຍ້​ງ​ຂັ້ນ​ແຂວງ​ປີ 2012 ​ໂດຍ​ຫ້ອງການ​ກາ​ນຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (ຫຼື VCCI) ສົມທົບ​ກັບ​ອົງການ​ພັດທະນາ​ສາກົນ ອາ​ເມ​ລິ​ກາ (ຫຼື USAID) ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 14/3 ຢູ່​ຮ່າ​ໂນ້ຍ. ດັດຊະນີ​ກຳລັງ​ຄວາມສາມາດແກງ​​ແຍ້​ງຂັ້ນ​ແຂວງ ​ໄດ້​ກຳນົດ​ໂດຍ​ອີງ​ໃສ່​ໝາ​ກຜົນ​ການ​ສຳ​ຫຼວດວິ​ສາ​ຫະກິດກ່ວາ 8.000 ​ແຫ່ງ ຢູ່ 63 ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ຄຸນ​ນະພາ​ບບໍລິຫານ​ເສດຖະກິດ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີ​ນທຸລະ​ກິດ​ຢູ່​ທ້ອງ​ຖິ່ນ​ເຊິ່ງ​ເຂົາ​ເຈົ້າ​ເຄື່ອນ​ໄຫວ.

ໄປ​ຄຽງ​ຄູ່​ກັບ​ການ​ປະກາດ​ຕາຕະລາງ​ຈັດ​ອັນ​ດັບ PCI 2012, ໝາກຜົນ​​ແຫ່ງ​ການ​ສຳ​ຫຼວດກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດ​ຳ​ເນີນ​ທຸລະ​ກິດ​ຂອງ ຫວຽດນາມ ​ໃນ​ປີ 2012, ຫ້ອງການ​ກາ​ນຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (ຫຼື VCCI) ​ແລະ ​ໂຄງການ​ຂໍ້​ລິ​ເລີ່ມກຳລັງ​ຄວາມ​ສາມາດແກງ​ແຍ້​ງ ຫວຽດນາມ (ຫຼື VNCI) ສືບ​ຕໍ່​ປະກາດ​ໝາກຜົນ​ແຫ່ງ​ການ​ສຳ​ຫຼວດບັນດາ​ວິ​ສາ​ຫະກິດ​ມີ​​ເງິ​ນລົງທຶນ​ຈາກ​ຕ່າງປະ​ເທດ FDI ປີ​ທີ 3 ຢູ່ ຫວຽດນາມ ​ແລະ ມອບ​ລາງວັນ​ຂ​ອງປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ​ໃຫ້​ແກ່​ບາງ​ແຂວງ, ນະຄອນ ​​ເພື່ອ​ແນ​ໃສ່​ຮັບຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ, ທ່ານ David Shear, ​ເອກ​ອັກຄະ​ລັດຖະທູ​ດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ, ຖື​ວ່າ:

“ບົດ​ລາຍ​ງານ​ກໍ່​ໄດ້​ສະໜອງ​ຂໍ້​ມູນ​ໂດຍ​ສັງ​ເຂ​ບ, ສະ​ແດງ​ທັດສະນະ​ຂອງ 1540 ວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ ກ່ຽວ​ກັບ​ສະພາບ​ແວດລ້ອມ​ແຫ່ງ​ການ​ລົງທຶນ​ຢູ່ ຫວຽດນາມ. ​ເປັນ​ຄັ້ງ​ທຳ​ອິດ, ໝາກຜົນ​​ແຫ່ງການ​ສຳ​ຫຼວດວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ​ນຳ​ມາ​ເຊິ່ງ​ວິ​ທະ​ສັງ​ເກດຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ວິທີ​ຢັ້ງຢືນຄວາມ​ສ່ຽງ​ໃນ​ສະພາບ​ແວດລ້ອມ​​ແຫ່ງ​ການ​ລົງທຶນ​ຂອງ ຫວຽດນາມ ​ແລະ​ ຍຸດ​ທະ​ສາດ​ທີ່​ບັນດາ​ນັກ​ລົງທຶນ​ນຳ​​ໃຊ້​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ນັ້ນ.”

ຂ່າວ/ບົດ​ອື່ນ