ເປັນຄັ້ງທຳອິດກອງທັບຊີຣີບຸກໂຈມຕີທາງອາກາດເຂດຊາວKurd

ເປັນຄັ້ງທຳອິດກອງທັບຊີຣີບຸກໂຈມຕີທາງອາກາດເຂດຊາວKurd - ảnh 1
ການບຸກໂຈມຕີແນໃສ່ສະຖານທີ່ຂອງຊາວ Kurd
(ພາບ: baotintuc.vn)

(vovworld) – ວັນ​ທີ 18/8, ​ເຮືອບິນ​ຂອງ​ກຳລັງ​ລັດຖະບານ ຊີຣີ ​ໄດ້​ຖິ້ມ​ລະ​ເບ​ີດ​ໃສ່​ບັນດາ​ສະຖານ​ທີ່​ຂອງ​ຊາວ Kurd ຢູ່ Hasakeh, ນະຄອນ​ຖືກ​ຕັດ​ແຍກ​ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ນີ້. ນີ້​​ເປັນ​ຄັ້ງ​ທຳ​ອິດ​ທີ່ກອງທັບ ຊີຣີ ​ດຳ​ເນີນ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ທາງ​ອາກາດ​ແນ​ໃສ່​ເຂດ​ໂດຍ​ຊາວ Kurd ຄວບ​ຄຸມ​ຢູ່ ຊີຣີ. ຕາມ​ອົງການ​ຕິດຕາມ​ສິດທິ​ມະນຸດ ຊີຣີ (SOHR) ​ແລ້ວ, ບັນດາ​ເຫດ​ບຸກ​ໂຈມ​ຕີທາງ​ອາກາດ​​ແມ່ນ​ເລັ່ງ​ໃສ່​ສະຖານ​ທີ່​ຂອງ​ຊາວ Kurd 6 ​ແຫ່ງ. ບັນດາ​ເຫດ​ບຸກ​ໂຈມ​ຕີນີ້​ໄດ້​ຮັບ​ການ​ດຳ​ເນີນ​​ພາຍຫຼັງ​ເກ​ີດການ​ປະ​ທະ​ກັນ​ທີ່​ດຸ​ເດືອດ​ໃນ​ວັນ​ທີ 17/8 ລະຫວ່າງ​ກຳລັງ​ທະຫານ​ລາດ​ສະໜັບສະໜູນ​ລັດຖະບານ ​ແລະ ກຸ່ມ​ຊາວ Kurd ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 11 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນມີ​ສາມ​ັນຊົນ 4 ຄົນ, ມື​ປືນ​ຊາວ Kurd 4 ຄົນ ​ແລະ ທະຫານ​ລາດ 3 ຄົນ.



ຂ່າວ/ບົດ​ອື່ນ