ເປັນຄັ້ງທຳອິດຈັດຕັ້ງກອງປະຊຸມການນຳອົງການພຸດທະສາສະໜາ ຫວຽດນາມ,ລາວ,ກຳປູເຈຍ

(VOVWORLD) - ການນຳອົງການພຸດທະສາສະໜາ 3 ປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການປັບປຸງ ແລະ ພັດທະນານ້ຳໃຈສາມັກຄີ, ປອງດອງໃນພະສົງສຳມະເນນຂອງ 3 ປະເທດ; ພ້ອມທັງສຶກສາມູນເຊື້ອສາມັກຄີ
ເປັນຄັ້ງທຳອິດຈັດຕັ້ງກອງປະຊຸມການນຳອົງການພຸດທະສາສະໜາ ຫວຽດນາມ,ລາວ,ກຳປູເຈຍ - ảnh 1ກອງປະຊຸມໄດ້ຈັດຕັ້ງຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ

ວັນທີ 12 ພະຈິກ, ກອງປະຊຸມການນຳອົງການພຸດທະສາສະໜາສາມປະເທດ ຫວຽດນາມ, ລາວ, ກຳປູເຈຍ ຈັດຕັ້ງຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ. ນີ້ແມ່ນຄັ້ງທຳອິດກອງປະຊຸມໄດ້ຮັບການຈັດຕັ້ງເພື່ອແນໃສ່ຊຸກຍູ້ການພົວພັນ, ຮ່ວມມື, ພັດທະນາພຸດທະສາສະໜາ, ສ້າງສັນຕິພາບ, ຄວາມຜາສຸກໃຫ້ມະນຸດ.

        ທີ່ກອງປະຊຸມ, ການນຳອົງການພຸດທະສາສະໜາ 3 ປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການປັບປຸງ ແລະ ພັດທະນານ້ຳໃຈສາມັກຄີ, ປອງດອງໃນພະສົງສຳມະເນນຂອງ 3 ປະເທດ; ພ້ອມທັງສຶກສາມູນເຊື້ອສາມັກຄີ, ມິດຕະພາບແບບພິເສດລະຫວ່າງປະຊາຄົມພຸດທະສາສະນິກກະຊົນ ແລະ ປະຊາຊົນສາມປະເທດ ຫວຽດນາມ, ລາວ, ກຳປູເຈຍ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ, ຄວາມຮັກຫອມສັນຕິພາບ ແລະ ການພັດທະນາຢ່າງກົມກຽວລະຫວ່າງ 3 ປະເທດ. ການນຳອົງການພຸດທະສາສະໜາ 3 ປະເທດພ້ອມກັນເຫັນດີ ເພີ່ມທະວີການພົວພັນແລກປ່ຽນໃນດ້ານວັດທະນະທຳພຸດທະສາສະໜາສາມປະເທດ ແລະ ຜັນຂະຫຍາຍບັນດາໂຄງການອະນຸລັກຮັກສາບັນດາຄຸນຄ່າມໍລະດົກວັດທະນະທຳພຸດທະສາສະໜາຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ