ເປັນຄັ້ງທຳອິດຕາໜ່າງໄຟຟ້າ ໂກໂຕ ເຊື່ອມຕໍ່ກັບຕາໜ່າງໄຟຟ້າແຫ່ງຊາດ

ເປັນຄັ້ງທຳອິດຕາໜ່າງໄຟຟ້າ ໂກໂຕ ເຊື່ອມຕໍ່ກັບຕາໜ່າງໄຟຟ້າແຫ່ງຊາດ - ảnh 1
ກິດຈະກຳບັນລຸສະຖິຕິກ່ຽວກັບຄວາມຄືບໜ້າ ແລະ ຄຸນນະພາບ
(ພາບ: Tin tức
)

(​vovworld) – ພິທີ​ເປີດ​ສະຫຼອງ ​ແລະ ຕັ້ງ​ປ້າຍ​ກິດຈະກຳ​ຕິດ​ຕໍ່​ຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​ກັບ​ຕາໜ່າງ​ໄຟຟ້າ ​ໂກ​ໂຕ ຖືກ​ດຳ​ເນີນຢູ່​ເກາະ ​ໂກ​ໂຕ (​ແຂວງ ກວາງ​ນິນ). ​ໃນ​ຕອນ​ບ່າຍ​ວັນ​ທີ 16/10. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຕີ​ລາຄາ​ນີ້​ແມ່ນ​ເຫດການ​ສຳຄັນ​ທີ່​ສຸດ ບໍ່​ພຽງ​ແຕ່​ສຳລັບ​​ແຂ​ວງ ກວາງ​ນິງ ​ເທົ່າ​ນັ້ນ, ຫາກ​ຍັງ​ສຳລັບ​ທົ່ວ​ປະ​ເທດ​ໃນ​ການ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ປົກ​ປັກ​ຮັກສາ​ທະ​ເລ​ເກາະຂອງ​ປະ​ເທດ​ຊາດ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຫວັງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ອຳນາດ​ການ​ປົກຄອງ​ພ້ອມ​ກັບ​ປະຊາຊົນ​ເມືອງ​ເກາະ ​ໂກ​ໂຕ ຈະ​ເພີ່ມ​ທະວີ​ການ​ຜະລິດ, ພັດທະນາ​ເສດຖະກິດ, ສັງຄົມ​ຢ່າງ​ແຮງ ​ແລະ ປົກ​ປັກຮັກສາ​ທະ​ເລ​ຂອງ​ບ້ານ​ເກີດ​ເມື​ອງນອນ.

    “​ແຂວງ ກວາງ​ນິນ ​ແມ່ນດ່ານ​ໜ້າຂອງ​ປະ​ເທດ​ຊາດ​ຈະ​ສື​ບຕໍ່​ບືນຕົວ​ຂຶ້ນ​​ເປັນ​ແຂວງ​ຈຸດ​ສຸມ​ຂອງ​ເຂດ​ເສ​ດຖະກິດ​ບັນດາ​ແຂວງ​ທາງ​ທິດຕາ​ເວັນ​ອອກສ່ຽງເໜືອ ​​ທັງ​​ເປັນ​​ແຂວງ​ທີ່​ດີ​ເດັ່ນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕຊາຍ​ແດນ​​ແຫ່ງ​ຊາດ​ນັບ​ທັງທາງບົກ, ທາງ​ທະ​ເລອີກ​ດ້ວຍ. ​ແຂວງ​ສຸ້ຊົນ​ກາຍ​ເປັນ​ແຂວງ​ໝັ້ນຄົງເຂັ້ມ​ແຂງ​ຮອບດ້ານ, ປະກອບສ່ວນ​ປະຕິບັດ​ມະຕິ 11 ຂອງພັກ​ຢ່າງ​ມີ​ໄຊ, ກໍ່ສ້າງປະ​ເທດ​ໃຫ້ນັບ​ມື້​ນັບ​ເຂັ້ມ​ແຂງ, ທັດ​ທຽມ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ.”

ຂ່າວ/ບົດ​ອື່ນ