ເປັນຄັ້ງທຳອິດທີ່ ຫວຽດນາມ ມີວັດແຫ່ງໜຶ່ງ ໄດ້ຮັບການຮັບຮອງ ຈາກລັດຖະບານ ຮຸງກາຣີ

(VOVWORLD) -ໃນວັນທີ 19 ກັນຍາ, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານ ເຮົ່າອາເລັ່ງ ຮອງປະທານ - ເລຂານຸການໃຫຍ່ ນຳໜ້າ, ໄດ້ເຂົ້າຮ່ວມພິທີເປີດສະຫຼອງ ວັດດ້າຍບີ ທີ່ນະຄອນ Samontornya, ເຊິ່ງຕັ້ງຢູ່ຫ່າງຈາກນະຄອນຫຼວງ  Budapest ຂອງ ຮຸງກາຣີ ໄປທາງທິດໃຕ້ 140 ກິໂລແມັດ.

ວັດ ດ້າຍບີ ໄດ້ກໍ່ສ້າງໃນເວລາສາມປີ, ແມ່ນວັດຂອງຫວຽດແຫ່ງທຳອິດທີ່ໄດ້ຮັບການຮັບຮອງຈາກລັດຖະບານ ຮຸງກາຣີ. ນີ້ຈະແມ່ນສະຖານທີ່ດຳລົງຊີວິດດ້ານຈິດວິນຍານຂອງປະຊາຄົມຊາວຫວຽດນາມ ທີ່ດຳລົງຊີວິດໄກຫ່າງບ້ານເກີດເມືອງນອນ ຖືກຕັ້ງຢູ່ໃຈກາງທະວີບ ເອີຣົບ. ນີ້ກໍ່ແມ່ນວັດທີ່ມີ ສະຖາປັດຕະຍະກຳ ແລະ ວັດທະນະທຳເປັນເອກະລັກສະເພາະ ຂອງຫວຽດນາມ ໄດ້ຮັບການກໍ່ສ້າງດ້ວຍກອງທຶນສາຍພົວພັນ ຫວຽດນາມ - ຮຸງກາຮີ.

ກ່າວຄຳເຫັນໃນພິທີ,  ທ່ານ ເຮົ່າອາເລັ່ງ ຮອງປະທານ - ເລຂານຸການໃຫຍ່ ສະແດງຄວາມຂອບອົກຂອບໃຈ ລັດຖະບານຮຸງກາຣີ ເວົ້າລວມ ແລະ ອຳນາດການປົກຄອງນະຄອນ Samontornya ເວົ້າສະເພາະ ທີ່ໄດ້ສ້າງທຸກເງື່ອນໄຂສະດວກທັງດ້ານລະບຽບການ, ນິຕິກຳ ຊ່ວຍໃຫ້ປະຊາຄົມຊາວຫວຽດນາມ ໄດ້ມີວັດແຫ່ງໜຶ່ງເພື່ອດຳເນີນຊີວິດດ້ານວັດທະນະທຳແຫ່ງຈິດວິນຍານ. ທ່ານ ເຮົ່າອາເລັ່ງ ມີຄວາມປິຕິຊົມຊື່ນ ເມື່ອເຫັນນ້ຳໃຈສາມັກຄີ, ຄວາມຜູກພັນ ແລະ ການພັດທະນາ ໃນວົງຄະນະຍາດ ຫວຽດນາມ ຢູ່ ຮຸງກາຮີ, ພ້ອມນັ້ນກໍ່ເຊື່ອໝັ້ນວ່າ ວັດດ້າຍບີ ຈະເປັນບ່ອນເຊື່ອມຕໍ່ບັນດາຊາວຫວຽດນາມ ຢູ່ຮຸງກາຮີ ແລະ ຢູ່ ເອີຣົບ, ຜ່ານນັ້ນປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ