ເປັນ​ຄັ້ງ​ທຳ​ອິດ​ທີ່​ທົ່ວ​ໂລກ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ລ​າຍ​ໃໝ່​ລື່ນ​ກາຍ​ 3 ລ້ານ​ຄົນ​ຕໍ່​ວັນ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 13 ມັງກອນ (ຕາມເວລາ UTC), ທົ່ວໂລກ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດກວ່າ 317 ລ້ານຄົນ ແລະ ມີກວ່າ 5,5 ລ້ານຄົນເສຍຊີວິດ.
ເປັນ​ຄັ້ງ​ທຳ​ອິດ​ທີ່​ທົ່ວ​ໂລກ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ລ​າຍ​ໃໝ່​ລື່ນ​ກາຍ​ 3 ລ້ານ​ຄົນ​ຕໍ່​ວັນ - ảnh 1ການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ອິດສະຣາແອັນ (ພາບ: AFP/TTXVN)

ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ 3.031.682 ລ້ານຄົນ, ເຊິ່ງເປັນຄັ້ງທຳອິດທີ່ທົ່ວໂລກມີຈຳນວນຜູ້ຕິດເຊື້ອຫຼາຍກວ່າ 3 ລ້ານຄົນຕໍ່ວັນ. ອາເມລິກາ ແມ່ນປະເທດ ມີຈຳນວນຜູ້ຕິດເຊື້ອສູງທີ່ສຸດດ້ວຍ 743.000 ຄົນ, ຖັດຈາກນັ້ນແມ່ນ ຝລັ່ງ, ອີຕາລີ, ແອັດສະປາຍ, ອາກຊັງຕິນ…

        ດ້ວຍລະດັບການແຜ່ລະບາດຢ່າງໄວວາຂອງເຊື້ອໄວຣັດກາຍພັນ Omicron, ຫຼາຍປະເທດສືບຕໍ່ມີຈຳນວນຜູ້ຕິດເຊື່ອໃໝ່ເພີ່ມຂຶ້ນສູງ ໂດຍບໍ່ເຄີຍມີມາກ່ອນ. ວັນທີ 12 ມັງກອນ, ອົດສະຕາລີ ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກກວ່າ 17.000 ຄົນ. ສ່ວນຢູ່ຍີ່ປຸ່ນ, ປະເທດນີ້ຢັ້ງຢືນເປັນມື້ທຳອິດ ມີຈຳນວນຜູ້ຕິດເຊື້ອລື່ນກາຍລະດັບ 13.000 ຄົນ ຕໍ່ວັນ ໃນ 4 ເດືອນມານີ້.

        ອິດສະຣາແອັນ, ປະເທດທຳອິດໃນໂລກຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ເຂັມທີ 4, ແຕ່ກໍເຫັນປະຈັກຕາຈຳນວນຜູ້ຕິດເຊື້ອໂຄວິດ - 19 ພາຍໃນວັນເພີ່ມຂຶ້ນຢູ່ໃນລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ດ້ວຍເກືອບ 44.000 ຄົນ ໃນວັນທີ 12 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ