ເປັນ​ຄັ້​ງ​ທຳ​ອິດ​ທົ່ວ​ໂລກ ມີ ຈຳ​ນວນ​ຊາວອົ​ບ​ພະ​ຍົບ​ຍ້ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ ລື່ນ​ກາຍ​ຕົວ​ເລກ 100 ລ້ານ​ຄົນ

(VOVWORLD) -  ວັນທີ 23 ພຶດສະພາ, ສຳນັກງານຂ້າຫຼວງໃຫຍ່ຜູ້ອົບພະຍົບ ແຫ່ງ ສປຊ (UNHCR) ໃຫ້ຮູ້ວ່າ ການປະທະກັນຢູ່ Ukraine ແລະ ການປະທະກັນຕ່າງໆໃນທົ່ວໂລກ ໄດ້ເຮັດໃຫ້ຈຳນວນຜູ້ຕ້ອງປະທະເຮືອນຊານໄປອົບພະຍົບ ໃນທົ່ວໂລກເປັນຄັ້ງທຳອິດລື່ນກາຍຕົວເລກ 100 ລ້ານຄົນ.
ເປັນ​ຄັ້​ງ​ທຳ​ອິດ​ທົ່ວ​ໂລກ ມີ ຈຳ​ນວນ​ຊາວອົ​ບ​ພະ​ຍົບ​ຍ້ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ ລື່ນ​ກາຍ​ຕົວ​ເລກ 100 ລ້ານ​ຄົນ - ảnh 1ພາບປະກອບ: TTXVN

ຕາມ UNHCR, ໄລ່ຮອດທ້າຍປີ 2021, ໄດ້ມີຊາວອົບພະຍົບ ປະມານ 90 ລ້ານຄົນຍ້ອນສະພາບການປະທະກັນຢູ່ Ethiopia, Burkina Faso, Myanmar, Nigeria, Afghanistan ແລະ ສາທາລະນະລັດປະຊາທິປະໄຕ Congo. ນອກຈາກນັ້ນ, ການປະທະນກັນຢູ່ Ukraine ໄດ້ເກີດຂຶ້ນນັບແຕ່ທ້າຍເດືອນ ກຸມພາ ປີ 2022 ມາຮອດປັດຈຸບັນ ໄດ້ເຮັດໃຫ້ມີປະຊາຊົນ ກ່ວາ 8 ລ້ານຄົນຕ້ອງອົບພະຍົບ ພາຍໃນປະເທດ, ໃນຂະນະນັ້ນມີ ຊາວອົບພະຍົບ 6 ລ້ານໄປຍັງຕ່າງປະເທດ.

ທ່ານ Filippo Grandi ຜູ້ນຳໜ້າ UNHCR ເນັ້ນໜັກວ່າປະຊາຄົມສາກົນ ໄດ້ຕັ້ງໜ້າໜູນຊ່ວຍຜູ້ຕ້ອງອົບພະຍົບ ຍ້ອນການປະທະກັນຢູ່ຢູແກຼນ ແລະ ຫວັງວ່າ ສິ່ງນີ້ ຈະໄດ້ນຳໃຊ້ຕໍ່ທຸກການປະທະກັນໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ທ່ານ ຖືວ່າ ການໜູນຊ່ວຍດ້ານມະນຸດສະທຳ ພຽງແຕ່ຊ່ວຍຫຼຸດຜ່ອນຜົນຕາມມາ, ບໍ່ແມ່ນມາດຕະການແກ້ໄຂ. ດັ່ງນັ້ນມີພຽງແຕ່ວິທີແກ້ໄຂອັນໜຶ່ງດຽວນັ້ນແມ່ນສ້າງສັນຕິພາບ ແລະ ສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ