ເປັນຄັ້ງທຳອິດທີ່ຫວຽດນາມໄດ້ຮັບເລືອກຕັ້ງເຂົ້າເປັນຄະນະກຳມະການກົດໝາຍສາກົນຂອງສະຫະປະຊາຊາດ

ເປັນຄັ້ງທຳອິດທີ່ຫວຽດນາມໄດ້ຮັບເລືອກຕັ້ງເຂົ້າເປັນຄະນະກຳມະການກົດໝາຍສາກົນຂອງສະຫະປະຊາຊາດ - ảnh 1
(ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ຄູ​ເວດ ຫງວຽນ​ຮົ່ງ​ທ​າວ)

(vovworld) - ​​​ ​​ ​ຕອນ​ບ່າຍ​ວັນ​ທີ 03/11 (ຕາມ​ເວ​ລາ​ນິວ​ຢອກ), ສະ​ມັດ​ຊາ​ໃຫຍ​່​ສະ​ຫະ​ປະ​ຊາ​ຊາດ ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​​ຄັດ​ເລືອກບັນ​ດາສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ. ດ​້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ 120/191 ບັດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ຄູ​ເວດ ຫງວຽນ​ຮົ່ງ​ທ​າວ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​​ທີ່ຫວຽດ​ນາມ ມີ​ຜູ້​ອອກ​ສະ​ໝັກ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​​ກົດ​ໝາຍສາ​ກົນ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ຮົ່ງ​ທ​າວ ແມ່ນ​ນັກ​ຊ່ຽວ​ຊານ​​ດ້ານກົດ​ໝາຍ​ສາ​ກົນ ດ້ວຍ​​ວິ​ຊາ​ການ​ຄົ້ນ​ຄວ້າ​ທີ່​ໝັ້​ນ​​ແກ່ນ ແລະ ​ປະ​ສົບ​ການ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ອຸ​ດົມ​ສົມ​ບູນ. ທ່ານ​ເຄີຍ​​ເປັນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ແຫ່ງ​ຊາດ, ​ເປັນຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ບັນ​ດາ​ສັນ​ຍາ​ຊາຍ​ແດນ​ກັບ​ບັນ​ດາ​ປະ​ເທດ​ບ​້ານ​ໃກ້​ເຮືອນ​ຄຽງ​ຂອງ​ຫວຽດ​ນາມ, ເປັນ​ທີ່​ປຶກ​ສາ​ດ້ານ​ກົດ​ໝາຍ​ໃຫ້​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດ​ນາມ ປີ 2012… ທ່ານ​ມີ​ປະ​ສົບ​ການ 40 ປີ​​ແຫ່ງ​ການ​ເຄື່ອນ​ໄຫວ​​ໃນ​ຂະ​ແໜງການ​ທູດ ແລະ​ ທ່ານເຄີຍເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ສ.ຫວຽດ​ນາມ ປະ​ຈຳ​ມ​າ​ເລ​ເຊຍ (2011 - 2014) ແລະ ປະ​ຈຸ​ບັນ​ທ່ານ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ ຄູ​ເວດ (ແຕ່​ປີ 2014). ເລື່ອງ​ແນະ​ນຳທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ຮົ່ງ​ທ​າວ ​ອອກ​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ ແມ່ນ​ສະ​ແດງ​​ໃຫ້​ເຫັນຄວາມ​ປາດ​ຖະ​ໜາ​ຂອງ​ຫວຽດ​ນາມ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​​ການ​ພັດ​ທະ​ນາຄວາມ​ກ້າວ​ໜ້າ ແລະ ຫັນ​​ກົດ​ໝາຍ​ສາ​ກົນເປັນ​​ປະ​ມວນ​ກົດ​ໝາຍ, ປະ​ຕິ​ບັດ​ແຜນນ​ະ​ໂຍ​ບາຍ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້​າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ.

        ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ, ຫົວ​ໜ້າ​ຄະ​ນະ​ຜູ້​ປະ​ຈຳ​ການ​ຫວຽດ​ນາມ ຢູ່​ສະ​ຫະ​ປະ​ຊາ​ຊາດ ຫງວຽນ​ເຟືອງ​ງາ, ຕີ​ລາ​ຄາ​ ເລື່ອງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ມີ​ພົນ​ລະ​ເມືອງ​ຫວຽດ​ນາມ, ໄດ້​ຮັບ​ເລືອກ​ຕັ້ງ​​ເຂົ້າ​ອົງ​ການ​ສຳ​ຄັນ​ຍິ່ງ​ຂອງ​ສະ​ຫະ​ປະ​ຊາ​ຊາດ ແມ່ນ​ບາດ​ກ້າວ​ສຳ​ຄັນ​ໃນ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ, ​ໄດ້ຊີ້​ໃຫ້​ເຫັນ​ການ​ເຂ​ົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ຫວຽດ​ນາມ ຢ​ູ່​ບັນ​ດາ​ເວ​ທີ​ປາ​ໄສ​ດ້ານ​ກົດ​ໝາຍ​ຂອງ​ສະ​ຫະ​ປະ​ຊາ​ຊາດ ກໍ​ຄື​ຢູ່​ລະ​ດັບ​ພາກ​ພື້ນ​: ອາ​ຊຽນ, APEC. ເຫດ​ການນີ້​​ສະ​ແດງ​ໃຫ້​ເຫັນ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ເພື່ອນ​ມິດ​ສາ​ກົນ​ສຳ​ລັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ຮົ່ງ​ທ​າວ, ພ້ອ​ມ​ທັງ​ຢືນ​ຢັນ​ອິດ​ທິ​ພົນ​ຊື່​ສຽງ​ສາ​ກົນ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ