ເປັນຄັ້ງທຳອິດທີ່ເຄື່ອງໝາຍການຄ້າຜະລິດວັດສະດຸກໍ່ສ້າງດິນດາກເຜົາຫວຽດນາມຮັບສະຖິຕິໂລກ 2 ລາຍການ

(VOVWORLD) -ຢູ່ເທດສະບານ ດົງຈ່ຽວ, ແຂວງ ກວາງນິງ ໄດ້ດຳເນີນພິທີປະກາດ ແລະ ມອບສະຖິຕິໂລກ 2 ລາຍການຂອງສະຫະພັນສະຖິຕິໂລກ ພ້ອມກັບບັນດາສະຖິຕິຫວຽດນາມ ໃຫ້ໂຮງງານຜະລິດ ກົ໊ມເດີ໊ດຫວຽດ (ໂຮງງານຜະລິດດິນເຜົາ).

ເປັນຄັ້ງທຳອິດທີ່ເຄື່ອງໝາຍການຄ້າຜະລິດວັດສະດຸກໍ່ສ້າງດິນດາກເຜົາຫວຽດນາມຮັບສະຖິຕິໂລກ 2 ລາຍການ - ảnh 1 ພິທີປະກາດ ແລະ ມອບສະຖິຕິໂລກ 2 ລາຍການ

(ພາບ: ຄະນະຈັດຕັ້ງ)

          ໃນທ້າຍອາທິດຜ່ານມາ, ຢູ່ເທດສະບານ ດົງຈ່ຽວ, ແຂວງ ກວາງນິງ ໄດ້ດຳເນີນພິທີປະກາດ ແລະ ມອບສະຖິຕິໂລກ 2 ລາຍການຂອງສະຫະພັນສະຖິຕິໂລກ ພ້ອມກັບບັນດາສະຖິຕິຫວຽດນາມ ໃຫ້ໂຮງງານຜະລິດ ກົ໊ມເດີ໊ດຫວຽດ (ໂຮງງານຜະລິດດິນເຜົາ). ນີ້ເປັນຄັ້ງທຳອິດທີ່ຫວຽດນາມ ມີເຄື່ອງໝາຍການຄ້າໄດ້ຮັບສະຖິຕິ 2 ລາຍການຂອງສະຫະພັນສະຖິຕິໂລກ.

          ສະຖິຕິໂລກເຊິ່ງ ເກົ໊ມເດີ໊ດຫວຽດ ໄດ້ສ້າງແມ່ນ: ຫົວໜ່ວຍຜະລິດກ້ອນດິນຈີ່ Cotto ກ້ຽງ ແລະ ໃຫຍ່ທີ່ສຸດໃນໂລກ (2.600 mm x 600 mm) (ໂດຍມອບໃຫ້ ບໍລິສັດ ເດີ໊ດຫວຽດ). ວິສາຫະກິດວິທະຍາສາດເຕັກໂນໂລຊີມີແຫຼ່ງສະໜອງດິນດາກຢູ່ກັບທີ່ຫຼາຍທີ່ສຸດ, ມີຄຸນນະພາບສູງ ແລະ ມາດຕະການແກ້ໄຂທີ່ມີປະໂຫຍດທີ່ສຸດໃນຂົງເຂດຜະລິດກ້ອນດິນຈີ່, ດິນຂໍໂດຍນຳໃຊ້ດິນດາກເຜົາ ດ້ວຍວິທີຄົບແຮງ, ເຜົາໃນເຕົາໄຟ Tuynel ທີ່ບັນລຸສະມັດຕະພາບສູງທີ່ສຸດ (ໂດຍມອບໃຫ້ ບໍລິສັດຫຸ້ນສ່ວນດິນຈີ່, ດິນຂໍເດີ໊ດຫວຽດ).

          ຍ້ອນໂລກລະບາດໂຄວິດ-19, ການນຳສະຫະພັນສະຖິຕິໂລກ ໄດ້ມອບສິດໃຫ້ການນຳອົງການຈັດຕັ້ງສະຖິຕິຫວຽດນາມ ມອບໃບສະຖິຕິໃຫ້ ກົ໊ມເດີ໊ດຫວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ