ເປັນຄັ້ງທຳອິດທີ່ແຂວງກ໋ວາງນີງຢືນອັນດັບໜຶ່ງໃນບັນຊີລາຍຊື່ຈັດອັນດັບດັດຊະນີກຳລັງຄວາມສາມາດແກ່ງແຍ້ງຂັ້ນແຂວງ

(VOVWORLD) - ການສຳຫຼວດ PCI 2017 ໄດ້ສະແດງໃຫ້ເຫັນຄວາມປະເອີບໃຈຂອງບັນດາວິສາຫະກິດກ່ຽວກັບແງ່ຫວັງການດຳເນີນທຸລະກິດ ໃນຂະນະທີ່ມີວິສາຫະກິດພາກເອກະຊົນຢູ່ພາຍໃນປະເທດ 52%
ເປັນຄັ້ງທຳອິດທີ່ແຂວງກ໋ວາງນີງຢືນອັນດັບໜຶ່ງໃນບັນຊີລາຍຊື່ຈັດອັນດັບດັດຊະນີກຳລັງຄວາມສາມາດແກ່ງແຍ້ງຂັ້ນແຂວງ - ảnh 1 ພິທີປະກາດບົດລາຍງານປະຈຳປີ ດັດຊະນີກຳລັງຄວາມສາມາດແກ່ງແຍ້ງຂັ້ນແຂວງ (PCI) 2017

ຕອນເຊົ້າວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ສົມທົບກັບອົງການພັດທະນາສາກົນອາເມລິກາ (USAID) ປະກາດບົດລາຍງານປະຈຳປີ ດັດຊະນີກຳລັງຄວາມສາມາດແກ່ງແຍ້ງຂັ້ນແຂວງ (PCI) 2017.

        ໃນຕາຕະລາງຈັດອັນດັບ PCI ປີ 2017, ເປັນຄັ້ງທຳອິດທີ່ແຂວງ ກ໋ວາງນີງ ໄດ້ບືນຕົວຂຶ້ນຢືນຢູ່ອັນດັບໜຶ່ງໃນທົ່ວປະເທດດ້ວຍຄະແນນ 70,7/100.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫວູຕ໋ຽນລົກ, ປະທານ VCCI, ໃຫ້ຮູ້ວ່າ: ການສຳຫຼວດ PCI 2017 ໄດ້ສະແດງໃຫ້ເຫັນຄວາມປະເອີບໃຈຂອງບັນດາວິສາຫະກິດກ່ຽວກັບແງ່ຫວັງການດຳເນີນທຸລະກິດ ໃນຂະນະທີ່ມີວິສາຫະກິດພາກເອກະຊົນຢູ່ພາຍໃນປະເທດ 52% ແລະ ວິສາຫະກິດ FDI 60% ໃຫ້ຮູ້ວ່າ ຈະເປີດກ້ວາງຂອບຂະໜາດການດຳເນີນທຸລະກິດ ໃນໄລຍະ 2 ປີຈະມາເຖິງ.

        ໃນບົດລາຍງານ PCI 2017, ໃນໄລຍະຈະມາເຖິງບັນດາວິສາຫະກິດປາດຖະໜາຢາກໃຫ້ວ່າ ອຳນາດການປົກຄອງທຸກຂັ້ນສືບຕໍ່ຮັກສາທ່າປະຕິຮູບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງປີ 2017 ໄວ້ໃນບາງຂົງເຂດຄື: ອາກອນ, ພາສີ, ການປະກັນສັງຄົມ… ຫວຽດນາມ ກໍ່ຄວນມີຍຸດທະສາດ ແລະ ນະໂຍບາຍທີ່ມີປະສິດທິຜົນເພື່ອຍົກສູງຄຸນນະພາບຄົນງານ, ພິເສດແມ່ນຊັບພະຍາກອນມະນຸດມີລະດັບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ