ເປັນຄັ້ງທຳອິດທີ່ໝາກເງາະຫວຽດນາມໄປຍັງຕະຫຼາດນິວຊີແລນ

(VOVWORLD) -ວັນທີ 10 ເມສາ, ກົມປົກປ້ອງພືດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ) ໄດ້ສົມທົບກັບສະຖານທູດນິວຊີແລນ ປະຈຳຫວຽດນາມ ຈັດພິທີປະກາດສົ່ງອອກໝາກເງາະຫວຽດນາມ ໄປຍັງນິວຊີແລນ.

ເປັນຄັ້ງທຳອິດທີ່ໝາກເງາະຫວຽດນາມໄປຍັງຕະຫຼາດນິວຊີແລນ - ảnh 1 ເປັນຄັ້ງທຳອິດທີ່ໝາກເງາະຫວຽດນາມໄປຍັງຕະຫຼາດນິວຊີແລນ

(ພາບ: dantri.com.vn)

ເປັນອັນວ່າ, ຖັດຈາກໝາກມ່ວງ ແລະ ໝາກມັງກອນແລ້ວ, ໝາກເງາະແມ່ນສິນຄ້າປະເພດໝາກໄມ້ຊະນິດທີ 3 ທີ່ສົ່ງອອກໄປຍັງຕະຫຼາດນີ້.

      ຕາມທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລກ໋ວກແຢງ ແລ້ວ, ເຫດການນີ້ໄດ້ເປັນຂີດໝາຍສຳຄັນໃນການພົວພັນຮ່ວມມືດ້ານກະສິກຳລະຫວ່າງຫວຽດນາມ ແລະ ນິວຊີແລນ ເວົ້າລວມ, ພິເສດແມ່ນບັນຫາການຄ້າກ່ຽວກັບຜະລິດຕະພັນກະເສດເວົ້າສະເພາະ. ໝາກເງາະສົ່ງໄປຍັງຕະຫຼາດນິວຊີແລນ  ກໍ່ເປັນການຢັ້ງຢືນເຖິງທ່າແຮງ, ກາລະໂອກາດຂອງໝາກໄມ້ຫວຽດນາມ; ພ້ອມທັງຢືນຢັນເຖິງຄຸນນະພາບຂອງໝາກໄມ້ຫວຽດນາມ ໄດ້ຮັບການປັບປຸງ ຍ້ອນນິວຊີແລນ ແມ່ນຕະຫຼາດຄວບຄຸມດ້ານຄຸນນະພາບ, ກວດກາໂລກລະບາດຢ່າງເຄັ່ງຂັດ.

ຕອບກັບ

ຂ່າວ/ບົດ​ອື່ນ