ເປັນຄັ້ງທຳອິດປະກາດຊຸດ gene ຂອງຊາວ ຫວຽດນາມ ກວ່າ 1.000 ຄົນ

(VOVWORLD) -ໝາກຜົນປະກົດວ່າມີ gene ປ່ຽນຮູບສືບພັນກວ່າ 40 ລ້ານ gene, ໃນນັ້ນມີ gene ປ່ຽນຮູບສືບພັນທົ່ວໄປສະເພາະຊາວ ຫວຽດນາ ເກືອບ 2 ລ້ານ gene.
ເປັນຄັ້ງທຳອິດປະກາດຊຸດ gene ຂອງຊາວ ຫວຽດນາມ ກວ່າ 1.000 ຄົນ - ảnh 1

ເປັນຄັ້ງທຳອິດທີ່ກຸ່ມຄົ້ນຄວ້າຢູ່ VinBigData ສະຖາບັນຂໍ້ມູນໃຫຍ່ VinBigData (ກຸ່ມບໍລິສັດ Vingroup) ສາມາດປົດລະຫັດລະບົບ gene ຂອງຊາວ ຫວຽດນາມ ກວ່າ 1.000 ຄົນ. ພິທີປະກາດສຳເລັດໂຄງການ “ສ້າງຖານຂໍ້ມູນປ່ຽນຮູບສືບພັນເຂົ້າກັນຂອງຊາວ ຫວຽດນາມ” ໄດ້ຈັດຂຶ້ນໃນວັນທີ 16 ທັນວາ, ຢູ່ຮ່າໂນ້ຍ.

        ໂຄງການໄດ້ເລີ່ມປະຕິບັດມາແຕ່ເດືອນ ທັນວາ 2018. ໝາກຜົນປະກົດວ່າມີ gene ປ່ຽນຮູບສືບພັນກວ່າ 40 ລ້ານ gene, ໃນນັ້ນມີ gene ປ່ຽນຮູບສືບພັນທົ່ວໄປສະເພາະຊາວ ຫວຽດນາ ເກືອບ 2 ລ້ານ gene. ນີ້ແມ່ນຊຸດຂໍ້ມູນຂອງທັງລະບົບ gene ທຳອິດ ແລະ ໃຫຍ່ກວ່າໝູ່ໃຫ້ແກ່ຊາວ ຫວຽດນາມ, ມີການອະທິບາຍກ່ຽວກັບບົດບາດຊີວະວິທະຍາ ກໍຄືຄວາມສ່ຽງຕິດພະຍາດ. ທ່ານສາດສະດາຈານ ຫວູຮ່າວັນ, ຫົວໜ້າວິທະຍາສາດ VinBigData (ກຸ່ມບໍລິສັດ Vingroup) ໃຫ້ຮູ້ວ່າ:

        “ກ່ອນນີ້, ບັນດາທ່ານໝໍໄດ້ນຳໃຊ້ຮູບແບບການປິ່ນປົວພະຍາດ “ວິທີປິ່ນປົວແບບດຽວໃຫ້ຫຼາຍຄົນ”, ໝາຍຄວາມວ່າແມ່ນນຳໃຊ້ວິທີໜຶ່ງ, ຢາຊະນິດໜຶ່ງ, ປະລິມານໜຶ່ງເພື່ອປິ່ນປົວໃຫ້ແກ່ຄົນເຈັບຫຼາຍຄົນທີ່ເປັນພະຍາດດຽວກັນ… ຖ້າມີຖານຂໍ້ມູນປ່ຽນຮູບສືບພັນທີ່ເປັນເອກະລັກເຂົ້າກັນ, ໄດ້ຮັບການກໍ່ສ້າງບົນພື້ນຖານການຄົ້ນຄວ້າຢ່າງແໜ້ນແຟ້ນ, ຊັດເຈນດ້ວຍຂອບຂະໜາດໃຫຍ່, ບັນດາທ່ານໝໍສາມາດດັດປັບວິທີການປິ່ນປົວໃຫ້ເໝາະສົມໃຫ້ແກ່ແຕ່ລະກຸ່ມສ່ວນບຸກຄົນ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນໃນການປິ່ນປົວໃຫ້ແກ່ຄົນເຈັບ. ນີ້ແມ່ນເງື່ອນໄຂເພື່ອມຸ່ງໄປເຖິງການແພດທີ່ຊັດເຈນ”.

        ດ້ວຍຍອດລົງທຶນເພື່ອປະຕິບັດໂຄງການໃຫ້ສົມບູນແບບແມ່ນກວ່າ 4,5 ລ້ານ USD, ໄລ່ມາຮອດປະຈຸບັນ ໂຄງການປົດລະຫັດ gene ຂອງ Vingroup ໄດ້ຮັບການຕີລາຄາວ່າແມ່ນມີຂອບຂະໜາດໃຫຍ່ທີ່ສຸດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ