ເປັນ​ຄັ້ງ​ທຳ​ອິດ​ຫວຽດ​ນາມ ຈັດ​ຕັ້ງ​ວັນ​ບຸນ​ກຸ້ງ​ມັງ​ກອນ ຢູ່ກ​າມ​ແຣງ

(VOVWORLD) - ລາຍການສະແດງສິລະປະໄຂວັນບຸນ, ວັນບຸນວັດທະນະທຳອາຫານການກິນ ແລະ ງານວາງສະແດງ - ເຊື່ອມຕໍ່ການແລກປ່ຽນຄ້າຂາຍ ບັນດາຂະແໜງກ່ຽວກັບກຸ້ງມັງກອນ, ສິນທະເລ ແລະ ບັນດາຜະລິດຕະພັນ OCOP
ເປັນ​ຄັ້ງ​ທຳ​ອິດ​ຫວຽດ​ນາມ ຈັດ​ຕັ້ງ​ວັນ​ບຸນ​ກຸ້ງ​ມັງ​ກອນ ຢູ່ກ​າມ​ແຣງ - ảnh 1ການຖະແຫຼງຂ່າວກ່ຽວກັບວັນບຸນ (ພາບ: TTXVN)

ວັນບຸນກຸ້ງມັງກອນ ກາມແຣງ - ປີ 2024 ດ້ວຍຫົວຂໍ້ “ອ່າວທະເລສີຂຽວແຈ້ງສະຫວ່າງ” ຈະດຳເນີນໃນລະຫວ່າງວັນທີ 3 – 11 ສິງຫາ. ນີ້ເປັນຄັ້ງທຳອິດທີ່ເຫດການໄດ້ຈັດຂຶ້ນຢູ່ນະຄອນ ກາມແຣງ. ວັນບຸນແມ່ນໂອກາດເພື່ອໂຄສະນາຜະລິດຕະພັນກຸ້ງມັງກອນ ທີ່ມີຊື່ສຽງມາແຕ່ດົນນານ ຂອງນະຄອນ, ເຊື່ອມຕໍ່ການແລກປ່ຽນຄ້າຂາຍຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນ, ປະກອບສ່ວນຍູ້ແຮງການຊົມໃຊ້ສິນໃນນ້ຳພາຍໃນປະເທດກໍ່ຄືສົ່ງອອກໄປຍັງຕະຫຼາດ ສາກົນ. ໄປຄຽງຄູ່ກັນນັ້ນ, ກາມແຣງ ກໍ່ສົມທົບກັບການໂຄສະນາກຳນົດທິດການພັດທະນາເຂດລ້ຽງຕາມແຜນຜັງ, ຄົ້ນຫາຕົ້ນກຳເນີດພັນສັດລ້ຽງ ແລະ ເຂດລ້ຽງ; ຖ່າຍທອດ, ແນະນຳບັນດາເຕັກໂນໂລຢີໃໝ່, ຈຳກັດການມົນລະພິດສິ່ງແວດລ້ອມໃນການລ້ຽງກຸ້ງມັງກອນ ກາມແຣງ.

ວັນບຸນມີການເຄື່ອນໄຫວຄື: ລາຍການສະແດງສິລະປະໄຂວັນບຸນ, ວັນບຸນວັດທະນະທຳອາຫານການກິນ ແລະ ງານວາງສະແດງ - ເຊື່ອມຕໍ່ການແລກປ່ຽນຄ້າຂາຍ ບັນດາຂະແໜງກ່ຽວກັບກຸ້ງມັງກອນ, ສິນທະເລ ແລະ ບັນດາຜະລິດຕະພັນ OCOP, ງານແຂ່ງຂັນປຸງແຕ່ງອາຫານກຸ້ງມັງກອນກາມແຣງ ແລະ ກຳນົດ ລະດັບສະຖິຕິ ຫວຽດນາມ ອາຫານປຸງແຕ່ຈາກກຸ້ງມັງກອນ ກາມແຮງ120 ເຍືຶ່ອງ “,ບຸນຊ່ວງເຮືອ…

ຕອບກັບ

ຂ່າວ/ບົດ​ອື່ນ