ເປັນ​ຄັ້ງ​ທຳ​ອິດ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

(VOVWORLD) - ດ້ວຍການເຂົ້າຮ່ວມຂອງ ນັກຊ່ຽວຊານ, ສຳມະນາກອນ, ນັກສັງເກດການ ເກືອບ 300 ຄົນທີ່ມາຈາກບັນດາປະເທດ ສະມາຊິກ ADMM+ ແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດ, ປະສິດທິຜົນ, ຄວາມສາມາດໃນການສົມທົບກັນຂອງກຳລັງນັກສັງເກດການ ການທະຫານ.
ເປັນ​ຄັ້ງ​ທຳ​ອິດ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ - ảnh 1 ທ່ານພົນໂທ ຝຸ່ງຊີເຕິນ ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ (ພາບ: ຫວຽດຈຸງ)

ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ດຳເນີນໄປ ໃນລະຫວ່າງວັນທີ 4 – 23 ກັນຍາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດລາຍການຕີລາຄາກຳລັງຄວາມສາມາດສຳລັບກຳລັງທີ່ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4. ຕອນເຊົ້າວັນທີ 13 ກັນຍາ, ລາຍການໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ສູນຝືກແອບແຫ່ງຊາດ ເລກ4, ເມືອງໝີດຶກ, ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງ 18 ປະເທດ ADMM+ (ລວມມີ 10 ປະເທດ ອາຊຽນ ແລະ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ລັດເຊຍ, ອາເມລິກາ ແລະ ນິວຊີແລນ) ໂດຍຫວຽດນາມ ແລະ ຍີ່ປຸ່ນເປັນປະທານຮ່ວມ. ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຝຸ່ງຊີເຕິນ ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ເນັ້ນໜັກວ່າ:

ດ້ວຍການເຂົ້າຮ່ວມຂອງ ນັກຊ່ຽວຊານ, ສຳມະນາກອນ, ນັກສັງເກດການ ເກືອບ 300 ຄົນທີ່ມາຈາກບັນດາປະເທດ ສະມາຊິກ ADMM+ ແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດ, ປະສິດທິຜົນ, ຄວາມສາມາດໃນການສົມທົບກັນຂອງກຳລັງນັກສັງເກດການ ການທະຫານ ເຊິ່ງມີການໜູນຊ່ວຍຈາກກົມກອງທະຫານຊ່າງ, ເສນາຮັກ ຂັ້ນຍຸດທະສາດຢູ່ຄະນະປະຕິບັດການຮັກສາສັນຕິພາບ ສປຊ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາຄະນະຜູ້ແທນໄດ້ແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ຝືກຝົນຫຼໍ່ຫຼອມທັກສະໃນການຜັນຂະຫຍາຍບັນດາໜ້າທີ່ຮັກສາສັນຕິພາບ, ຕິດແທດກັບສະພາບຕົວຈິງ ຢູ່ບັນດາຄະນະປະຕິບັດການຮັກສາສັນຕິພາບ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ