ເປັນຄັ້ງທຳອິດຫວຽດນາມມີສູນພົວພັນຕິດຕໍ່ການຄ້າເອເລັກໂຕນິກຈຳຫນ່າຍຜະລິດຕະພັນພິເສດໃນທົ່ວປະເທດ

(VOVWORLD) -ຕອນເຊົ້າວັນທີ 13 ມິຖຸນາ, ບໍລິສັດໃຫຍ່ໄປສະນີຫວຽດນາມ ໄດ້ຈັດຕັ້ງສູນພົວພັນຕິດຕໍ່ການຄ້າເອເລັກໂຕນິກ BADASA ຈຳຫນ່າຍສະເພາະບັນດາຜະລິດຕະພັນ, ສິນຄ້າພິເສດຂອງຫວຽດນາມ ຜ່ານເວັບໄຊ https://badasa.com.vn

ເປັນຄັ້ງທຳອິດຫວຽດນາມມີສູນພົວພັນຕິດຕໍ່ການຄ້າເອເລັກໂຕນິກຈຳຫນ່າຍຜະລິດຕະພັນພິເສດໃນທົ່ວປະເທດ - ảnh 1ສູນການຄ້າເອເລັກໂຕນິກນຳເຂົ້າເຄື່ອນໄຫວ

ພາບ: VGP

ສູນການຄ້າເອເລັກໂຕນິກນີ້ໄດ້ຮັບການສ້າງຂຶ້ນ ດ້ວຍຄວາມປາດຖະຫນາຢາກກາຍເປັນຂົວຕໍ່ລະຫວ່າງບໍລິສັດສະຫນອງບັນດາຜະລິດຕະພັນພິເສດຂອງເຂດ, ພາກຢູ່ 63 ແຂວງ, ນະຄອນ ເຖິງຜູ້ໃຊ້ສອຍໃນທົ່ວປະເທດ. ສູນດັ່ງກ່າວຈະສະຫນອງຜະລິດຕະພັນພິເສດປະມານ 20.000 ປະເພດ ຂຶ້ນກັບບັນດາຂະແຫນງສິນຄ້າ: ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ອາຫານປຸງແຕ່ງ, ເຄື່ອງເຟີນີເຈີ ແລະ ອື່ນໆ. ພິເສດ BADASA ເຄື່ອນໄຫວຕາມຫລັກການຊື້ສິນຄ້າໂດຍກົງຈາກຮາກຖານຜະລິດຢູ່ທຸກແຂວງ, ນະຄອນ ແລະ ສະຫນອງເຖິງລູກຄ້າ. ສະນັ້ນ ລາຄາ ແລະ ຄຸນນະພາບຍາມໃດກໍ່ໄດ້ຮັບບຸລິມະສິດ.

ຕອບກັບ

ຂ່າວ/ບົດ​ອື່ນ