ເປັນຄັ້ງທຳອິດຫວຽດນາມເປັນເຈົ້າພາບຈັດຕັ້ງງານມະໂຫລານດົນຕີພື້ນເມືອງບັນດາປະເທດອາຊຽນ

ເປັນຄັ້ງທຳອິດຫວຽດນາມເປັນເຈົ້າພາບຈັດຕັ້ງງານມະໂຫລານດົນຕີພື້ນເມືອງບັນດາປະເທດອາຊຽນ - ảnh 1
(ພາບປະກອບ)

​​(vovworld) - ​ ​ເປັນ​ຄັ້ງ​ທຳ​ອິດ​ຫວຽດນາມ​ ຈະເປັນ​ເຈົ້າພາບ​ຈັດ​ຕັ້ງງານ​ມະ​ໂຫລານ​ດົນ​ຕີພື້ນ​ເມືອງເຊື້ອ​ບັນດາ​ປະ​ເທ​ດອາ​ຊຽນ 2015, ​ເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 01 – 08/08, ຢູ່​ແຂວງ​ແທງ​ຮ໋ວາ. ດ້ວຍ​ຫົວ​ຂໍ້​ວ່າ “​ເຊື່ອມ​ຕໍ່​ບັນດາ​ມໍ​ລະ​ດົກ​ໂລກ​”, ງານ​ມະ​ໂຫລານ​ຄັ້ງ​ນີ້ ຈະ​ແມ່ນ​ວັນບຸນ​ດົນ​ຕີ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປີນ​ພົບ​ປະ, ​ແລກປ່ຽນ, ​ແບ່ງ​ປັນ​ບົດຮຽນ​ໃນການ​ອອກ​ແຮງ​ງານ​​ດ້ານ​ສິລະ​ປະຢ່າງ​ມີ​ຫົວຄິດ​ປະດິ​ດສ້າງ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປີນ​ໂຄສະນາ, ​ເຊີດ​ຊູ້​ບັນດາ​ຄຸນ​ຄ່າ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ດົນ​ຕີ​ພື້ນ​ເມືອງ​ຂອງ​ແຕ່ລະ​ປະ​ເທດ. ທ່ານ ຟ້າ​ມດິງທັ໋ງ, ຮອງ​ຫົວໜ້າ​ກົມ​ສິລະປະການ​ສະ​ແດງ ​ໃຫ້​ຮູ້​ວ່າ.

        “ຈະ​ມີ 10 ປະ​ເທດ​ອາຊຽນ ​ແລະ ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ ​ແມ່ນ​ສ.​ເກົາຫຼີ ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ຄັ້ງ​ນີ້. ພິທີ​​ໄຂ​​ໂດຍ​ໂຮງລະຄອນ​ຟ້ອນ​ລຳທຳ​ເພງ​ຫວຽດນາມ ຮັບຜິດຊອບມີ​ລັກສະນະ​ສິລະ​ປະສູ​ງ, ​​ເຕັມ​ໄປ​ດ້ວຍ​ສື​ສັນ​ເພງ​ພື້ນ​ເມືອງ. ພິ​ເສດ​, ​​ແຂກ​ເຂົ້າ​ຊົມລາຍການສະ​ແດງ​ໂດຍ​ບໍ່​​​ເສຍ​ຄ່າ”.

ຂ່າວ/ບົດ​ອື່ນ