ເປັນຄັ້ງທຳອິດອິດສະຣາແອນຍອມຮັບບຸກໂຈມຕີ Hezbollah ຢູ່ຊີຣີ

ເປັນຄັ້ງທຳອິດອິດສະຣາແອນຍອມຮັບບຸກໂຈມຕີ Hezbollah ຢູ່ຊີຣີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ຣາ​ແອນ Benjamin Netanyahu
ຮັບບຸກໂຈມຕີ Hezbollah ຢູ່ຊີຣີ
(ພາບ​: TTXVN)


(vovworld) - ເປັນ​ຄັ້ງ​ທຳ​ອິດ​ທີ່ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ຣາ​ແອນ Benjamin Netanyahu ຍອມ​ຮັບ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ປະ​ເທດນີ້ ແນ​ໃສ່​​​ບັນ​ດາຖ້ຽວ​ບິນ​​ທີ່ຂົນ​ສົ່ງ​ອາ​ວຸດ​ໃຫ້​ກຳ​ລັງ Hezbollah ຢູ່​ຊີ​ຣີ ນັບ​ເປັນ​ສິບ​ຖ້ຽວ. ກ່າວ​ຄຳ​ເຫັນ​ໃນ​ການ​ໄປ​ກວດ​ກາ​ສະ​ຖານ​ທີ່​​ຊອບ​ຮົບ​ດ້ວນ​ຂອບ​ຂະ​ໜາດ​ໃຫຍ່​ຂອງ​ກຳ​ລັງ​ທະ​ຫານສຳ​ຮອງຢ​ູ່​ເຂ​ດ​ພູ​ພຽງ Golan ໃນ​ວັນ​ທ​ີ 11/04, ທ່ານ Netanyahu ຖະ​ແຫຼງວ່າ ຖ້າບ່​ໍ​ສະ​ກັດ​ກັ້ນ​ບັນ​ດາ​ໄພ​ນາບ​ຂູ່​ດ້ວຍ​ຮູບ​ການ​ອື່​ນ​ໄດ້, ອິດ​ສະ​ຣາ​ແອນ ຕ້ອງ​ເຂົ້າ​ຮ່ວມ​ການ​ສູ້ຮົບ. ບັນ​ດາ​ຄຳ​ຖະ​ແຫຼງ​ຂອງ​ທ່ານ Netanyahu ໄດ້​ຮັບ​ຖື​ວ່າ ແມ່ນ​ຄຳ​ນາບ​ຂູ່​​ລ້າ​ສຸດ​​ໃນ​ການ​ໂຕ້​ຖຽງ​ກັນ​ລະ​ຫວ່າງ​ອິດ​ສະ​ຣາ​ແອນ ແລະ Hezbollah. ຕາມ​ບັນ​ດາ​ແຫຼ່ງ​ຂ່າວ​ໃນ​ພາກ​ພື້ນ, ອິດ​ສະ​ຣາ​ແອນ ໄດ້​ດຳ​ເນີນການ​ບຸກ​ໂຈມ​ຕີ​ຫຼາຍ​ຄັ້ງ​ຢູ່​ຊີ​ຣີ ແລະ ລີ​ບານ ເພື່ອ​ທຳ​ລາຍ​ບັນ​ດາ​ອາ​ວຸດ​ໄດ້​ຮັບ​ຖື​ວ່າ ​ກຳ​ລັງ​ຂົນ​ສົ່ງ​ເພື່ອ​ສະ​ໜອງ​ໃຫ້​ກຳ​ລັງ Hezbollah. ອິດ​ສະ​ຣາ​ແອນ ບໍ່​ເຄີຍຍອ​ໃ​ຮັບ​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕ​ີນີ້ຈັກ​ເທື່ອ, ແຕ່​ຢືນ​ຢັນ​​ວ່າ ຈ​ະ​ສະ​ກັດ​ກັ້ນ Hezbollah ກຳ​ມະ​ສິດ​ບັນ​ດາ​ອາ​ວຸດ “​ປ່ຽນ​ແປງການ​ບ​ຸກ​ໂຈມ​ຕີ”.

ຂ່າວ/ບົດ​ອື່ນ