ເປັນຄັ້ງທຳອິດອີຢິບໄດ້ນຳຕົວບັນດາສະມາຊິກຂອງຂະບວນການ ອ້າຍນ້ອງຊາວມົດສະລິມຂຶ້ນສານດຳເນີນຄະດີ

ເປັນຄັ້ງທຳອິດອີຢິບໄດ້ນຳຕົວບັນດາສະມາຊິກຂອງຂະບວນການ ອ້າຍນ້ອງຊາວມົດສະລິມຂຶ້ນສານດຳເນີນຄະດີ - ảnh 1
ສະມາຊິກ MB 2 ຄົນຂອງ MB ທ່ານ Youssef Talaat ແລະ Hassan Maleik
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)


(vovworld) – ວັນ​ທີ 6/3, ຜູ້ນຳ​ຂັ້ນ​ສູງ​ຂອງ​ອົງການ​ອ້າຍ​ນ້ອງ​ຊາວ​ມົດ​ສະ​ລິ​ມ (MB) 5 ຄົນ​ຖືກ​ອົງການ​ໄອ​ຍະ​ການ ອີ​ຢິບ ສົ່ງ​ສຳ​ເນົາ​ຟ້ອງສານ​ກອງທັບ​ເພື່ອ​ດຳ​ເນີນ​ຄະດີ. ນີ້​ເປັນ​ຄັ້ງ​ທຳ​ອິດ​ບັນດາ​ສະມາຊິກ​ຂອງ MB, ​ເຊິ່ງ​ແມ່ນ​ຂະ​ບວນການຂອງ​ທ່ານ​ປະທານາທິບໍດີ ຜູ້​ຖືກ​ໂຄ່ນ​ລົ້ມ Mohamad Morsi, ​ໄດ້ຖືກ​ນຳ​ຕົວ​ຂຶ້ນສານ​ກອງທັບດຳ​ເນີນ​ຄະດີ ​ນັບ​ແຕ່​ເມື່ອລັດຖະທຳ​ມະນູນ​ສະບັບ​​ໃໝ່​ໄດ້​ຮັບ​ການ​ຮັບຮອງ​ເອົາ ​ແລະ ​ເລີ່​ມມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 18/1 ​ເປັນ​ຕົ້ນ​ມາ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 25/2, ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ໄດ້​ຈັບ​ຕົວ​ການ​ນຳ MB 5 ຄົນ​ຢູ່​​ເຂດ​ຊາຍ​ແດນ​ທາງ​ພາກ​ໃຕ້​ຕິດກັບ ຊູ​ດັງ. ກຸ່ມ​ຄົນ​ດັ່ງກ່າວ​ຖືກ​ກ່າວ​ຫາ​ແມ່ນມີລູກປືນ 7.000 ລູກ​ໃນ​ຄອບ​ຄອງ​ຢ່າງຜິດ​ກົດໝາຍ ​ແລະ ລ່ວງ​ລ້ຳ​ເຂດ​ຂອງ​ກອງທັບ.

    ນັບ​ແຕ່​ເມື່ອ​ການ​ຈາລະ​ຈົນ​​ໂຄ່ນ​ລົ້ມ​ທ່ານ Morsi ເມື່ອ​ວັນ​ທີ 3/7/2013 ນັ້ນ, ອຳນາດ​ການ​ປົກຄອງ​ຊົ່ວຄາວ ອີ​ຢິບ ​ໄດ້​ປຸກລະດົມ​ບັ້ນ​​ປາບ​ປາມ​ທີ່​ມີຂອບ​ຂະໜາດ​ໃຫຍ່​​ແນ​ໃສ່​ບັນດາ​ສະມາຊິກ MB ​ແລະ ບັນດາ​ຜູ້​ສະໜັບສະໜູນ​ຂະ​ບວນການ​ອິດສະ​ລາມນີ້.

 


ຂ່າວ/ບົດ​ອື່ນ