ເປັນຄັ້ງທຳອິດເລຂາທິການໃຫຍ່ NATO ຢ້ຽມຢາມຢູແກຼນ

ເປັນຄັ້ງທຳອິດເລຂາທິການໃຫຍ່ NATO ຢ້ຽມຢາມຢູແກຼນ - ảnh 1
ທ່ານ​ເລຂາທິການ​ໃຫຍ່ NATO, Jens Stoltenberg
(ພາບປະກອບ)


(vovworld) – ວັນ​ທີ 21/09, ທ່ານ​ເລຂາທິການ​ໃຫຍ່ NATO, Jens Stoltenberg, ​ໄດ້​ໄປ​ຢ້ຽມຢາມ​ຢູ​ແກຼນ ​ເປັນ​ຄັ້ງ​ທຳ​ອິດ, ​ໃນ​ສະພາ​ບທີ່​ປະ​ເທດເ​ອີ​ລົບ ພວມ​ຕົກ​ເຂົ້າ​​ສູ່ໃນ​ສະພາບ​ປະ​ທະ​ກັນຢ່າງນອງ​ເລືອດ ກັບກຳລັງ​ຝ່າຍ​ຄ້ານ​ຢູ່​ທາງ​ທິດຕາ​ເວັນ​ອອກ ​ແລະ ວິ​ກິດ​ການ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​​ໃນ​ການ​ພົວພັນ​ກັບປະ​ເທດ​ບ້ານ​​ໄກ້​ເຮືອນ​ຄຽງ​ລັດ​ເຊ​ຍ.

ຄາດ​ວ່າ, ທ່ານ ​Jens Stoltenberg ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປ້ອງ​ກັນຊາດ​ຢູ​ແກຼນ, ພາຍຫຼັງ​ຢ້ຽມ​ຢາມ​ເຂດ​ຝຶກ​ຊ້ອມ​ການ​ທະຫານ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້. ຕາມ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ປ້ອງ​ກັນ​ຄວາມ​ສະຫ​ງົບຢູ​ແກຼນ, ການ​ຢ້ຽມຢາມ​ຂອງ​ຜູ້ນຳ​ໜ້າ NATO ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ນະ​ໂຍບາຍ​ເຊິ່ງພັນທະ​ມິດ​ການ​ທະຫານ​ນີ້ ​ປະຕິບັດ​ຕາມ​ໃນ​ 1 ປີ​ເຄິ່ງກວ່າ​ທີ່​ຜ່ານ​ມາ.

ຂ່າວ/ບົດ​ອື່ນ