ເປັນຄັ້ງທຳອິດ,ເລຂາທິການໃຫຍ່ພັກກອມມູນິດຫວຽດນາມເຂົ້າຮ່ວມຄະນະພັກຕຳຫຼວດສູນກາງ

ເປັນຄັ້ງທຳອິດ,ເລຂາທິການໃຫຍ່ພັກກອມມູນິດຫວຽດນາມເຂົ້າຮ່ວມຄະນະພັກຕຳຫຼວດສູນກາງ - ảnh 1
(ພິ​ທີ​ປະກາດ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​
​ກຳ​ມະ​ການໃນ​ຄະ​ນະ​ພັກ​ຕ​ຳ​ຫຼວດ​ສູນ​ກາງ​ອາ​ຍຸ​ການ 2015 – 2020)


(vovworld) - ຕອນ​ເຊົ້າ​ວັນ​ທີ 21/09, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ປະກາດ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​​ກຳ​ມະ​ການໃນຄະ​ນະ​ພັກ​ຕ​ຳ​ຫຼວດ​ສູນ​ກາງ​ອາ​ຍຸ​ການ 2015 – 2020. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸຈ້ອງ; ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້​າຍກວາງ; ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ… ໄດ້​ເຂົ້າ​ຮ່ວມ. ທີ່​ພິ​ທີ, ທ່ານ ຟ້າ​ມ​ມິງ​ຈິ໋ງ, ຫົວ​ໜ້າ​ຄະ​ນ​ະ​ຈ​ັດ​ຕັ້​ງ​ສູນ​ກາງ​ໄດ້​ປະ​ກ​າດ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ວ່າ​ດ້ວຍການ​ແຕ່ງ​ຕັ້ງ​​ກຳ​ມະ​ການ​ໃນ​ຄະ​ນະ​ພັກຕຳ​ຫຼວດ​ສູນ​ກາງອາ​ຍຸ​ການ 2015 – 2020 ລວມ​ມີ 16 ທ່ານ; ຄະ​ນະ​ປະ​ຈ​ຳ​ຄະ​ນະ​ພັກ​ລວມ​ມີ 7 ທ່ານ, ໃນ​ນັ້ນ​ມີ​ການ​ນຳ​ພັກ, ລັດ 3 ທ່ານ ນັ້ນ​ແມ່ນ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ. ນີ້​ແມ່ນ​ຄັ້ງ​ທຳ​ອິດໃນ​ບັນ​ດາ​ອາ​ຍຸ​ການ, ເລ​ຂາ​ທິ​ການ​ໃຫຍ່​ເຂົ້າ​ຮ່ວມຄະ​ນະ​ພັກ, ຄະ​ນະ​ປະ​ຈຳ​​ຄະ​ນະ​ພັກ​ຕະ​ຫຼວດ​ສູນ​ກາງ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ຊີ້ິ້​ແຈ້ງວ່າ.

        “ກຳ​ນົດ​ວຽກ​ງານກໍ່​ສ້າງ​ພັກ ແມ່ນ​ຫຼັກ​ແຫຼ່ງ, ວຽກ​ງານ​ສຶກ​ສາ​ອົບ​ຮົບ​ການ​ເມືອງ, ແນວ​ຄິດ, ສຶກ​ສາ​​ອົບ​ຮົມມູນ​ເຊື້ອ, ຍົກ​ສ​ູງ​ຄວາມ​ຮັບ​ຜິດ​ຊອບ, ​ລະ​ບ​ຽບ​ວິ​ໄລ ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ອັນ​ດັບ​ໜຶ່ງ. ວຽກ​ງານ​ພະ​ນັກ​ງານ​ແມ່ນ​ຂອດ​ຕັດ​ສິນ, ຈັດ​ຕັ້ງ​ກຳ​ລັງ​ຕະ​ຫຼວດ​ຕາມ​ທິດ “​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ກະ​ທັດ​ລັດ, ເຂັ້ມ​ແຂງ” ໂຄງ​ປະ​ກອບ​ອົ​ງ​ການ​ຈັດ​ຕັ້ງ​ໃຫ້​ເໝາະ​ສົມ. ຕີ​ລາ​ຄາ​ຢ່າງ​ກົງ​ໄປ​ກົງ​ມາ ແລະ ເຂັ້ມ​ງວດ, ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ, ຍູ້​ໃຫ້​​ປະ​ກົດການ​ຊຸດ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ພາຍ​ໃນໃຫ້​ຖ້ອຍ​ໄປ. ສືບ​ຕໍ່​ສ້າງ​ກຳ​ລັງ​ຕຳ​ຫຼວດ​ປະ​ຊາ​ຊົນ​ປະ​ຕິ​ວັດ, ​ເປັນ​ກຳ​ລັງ​ຫຼວງ, ກະ​ທັດ​ລັດ, ຫັນ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ”

ຂ່າວ/ບົດ​ອື່ນ