ເປັນຄັ້ງທຳອິດແຂວງ ຊອັກຈັງ ຈັດບຸນເຕັດທະຫານ - ປະຊາຊົນ Chol Chnam Thmay ປີ 2024

(VOVWORLD) - ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ, ສ້າງຄວາມສາມັກຄີສະໜິດຕິດພັນລະຫວ່າງບັນດາຊົນເຜົ່າອ້າຍນ້ອງໃນບໍລິເວນແຂວງ ຊອັກຈັງ
ເປັນຄັ້ງທຳອິດແຂວງ ຊອັກຈັງ ຈັດບຸນເຕັດທະຫານ - ປະຊາຊົນ Chol Chnam Thmay ປີ 2024 - ảnh 1ບຸນເຕັດທະຫານ - ປະຊາຊົນ Chol Chnam Thmay ປີ 2024
(ພາບ: TTXVN)

        ບຸນເຕັດທະຫານ - ປະຊາຊົນ Chol Chnam Thmay ປີ 2024 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ເມສາ, ຢູ່ບ້ານ ວິ້ງເຟືອກ, ເທດສະບານເມືອງ ວິງເຈົາ, ແຂວງ ຊອັກຈັງ. ນີ້ແມ່ນປີທຳອິດແຂວງ ຊອັກຈັງ ຈັດບຸນເຕັດທະຫານ - ປະຊາຊົນ Chol Chnam Thmay ປີ 2024 ຂອງຊາວເຜົ່າ ຄະແມ, ດ້ວຍບັນດາການເຄື່ອນໄຫວ, ຄື: ກໍ່ສ້າງເຮືອນ “ມະຫາສາມັກຄີ”; ກວດພະຍາດ, ແຈກຢາຍຢຸກຢາ; ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ… ທ່ານພັນໂທ ດັ້ງແທງແຍງ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ຊອັກຈັງ, ໃຫ້ຮູ້ວ່າ:

        “ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ, ສ້າງຄວາມສາມັກຄີສະໜິດຕິດພັນລະຫວ່າງບັນດາຊົນເຜົ່າອ້າຍນ້ອງໃນບໍລິເວນແຂວງ ຊອັກຈັງ ເວົ້າລວມ ແລະ ບ້ານ ວິ້ງເຟືອກ, ເທດສະບານເມືອງ ວິງເຈົາ ເວົ້າສະເພາະ. ຜ່ານນັ້ນ, ຊ່ວຍໃຫ້ພໍ່ແມ່ປະຊາຊົນມີຄວາມເຂົ້າໃຈກ່ຽວກັບບຸນເຕັດທະຫານ - ປະຊາຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ