ເປັນຄັ້ງທຳອິດແດນມາດບຸກໂຈມຕີທາງອາກາດໃສ່ISຢູ່ຊີຣີ

ເປັນຄັ້ງທຳອິດແດນມາດບຸກໂຈມຕີທາງອາກາດໃສ່ISຢູ່ຊີຣີ - ảnh 1
ພາບປະກອບຈາກ WSJ.

(vovworld) - ວັ​ນ​ທີ 5/8, ກອງ​ທັບ​ແດນ​ມາດ​ປະ​ກາດ​ວ່າ​ບັນ​ດາ​ເຮືອ​ບິນ​ສ້​ູຮົບ​ຂອງ​ປະ​ເທດນີ້ ເປັນ​ຄັ້ງ​ທຳ​ອິດ​ໄດ້​ທຳ​ການ​ບຸກ​ໂຈມ​ຕີ​ທາ​ງອ​າ​ກາດ​ເພື່ອ​​ເລັ່ງ​ໃສ່​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ຢູ່ ຊີ​ຣີ, ໃນ​ສະ​ພາບ​ການ Copenhagen ເປີດ​ກ້ວ​າງບັ້ນ​ຮົບ​ຕ້ານ IS ຈາກ ອີ​ຣັກ. ເຮືອ​ບິນ​ສູ້​ຮົບ F – 16 ສີ່​ລຳ​ຂອງ​ແດນ​ມາດ​ໄດ້​ຖິ້ມ​ລູກ​ລະ​ເບີດ​ລົງ​ນະ​ຄອ​ນ Raqqa ຂອງ ຊີ​ຣີ, ແນ​ໃສ່​ບັນ​ດາ​ຮາກ​ຖານ​ບັນ​ຊາ, ບັນ​ດາ​ສາງ​ອາ​ວຸດ​ຂອງ IS ກໍ່​ຄື​ບັນ​ດາ​ມື​ປືນ​ຂອງ​ກຳ​ລັງ​ນີ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ສື່​ສານ, ທ່ານ Jan Dam, ຜູ້​ບັນ​ຊາ​ການ​ບັນ​ດາ​ພາ​ລະ​ໜ​້າ​ທີ່​ທະ​ຫານ​ອາ​ກາດ​ສາ​ກົນ​ຂອງ ແດນ​ມາດ ໃຫ້​ຮູ້​ວ່າ: ບັ້ນ​ບຸກ​ໂຈມ​ຕີນີ້​ແມ່ນ “ການ​ປະ​ກອບ​ສ່ວ​ນ​ສຳ​ຄັນ” ເຂົ້າ​ໃນ​ບັ້​ນ​ຮົບ​ຕ້ານ IS ຂອງ​ທະ​ຫານ​ປະ​ສົມ​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ.


ຂ່າວ/ບົດ​ອື່ນ